• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສ້າງ​ບາດ​ກ້າວ​ບຸ​ກ​ທະ​ລຸ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ, ຍຸດ​ທະ​ສາດ​ການ​ເງິນ ແລະ ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ

ຂະແໜງການເງິນ ຍາມໃດກໍຢັ້ງຢືນໄດ້ບົດບາດ, ທີ່ຕັ້ງ ແລະ ນຳໜ້າໃນການຜັນຂະຫຍາຍຮູບແບບເສດຖະກິດໃໝ່, ປະກອບສ່ວນສຳຄັນເຂົ້າໃນພື້ນຖານເສດຖະກິດຂອງປະເທດຊາດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ພິທີ

ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂະແໜງການເງິນ (28 ສິງຫາ 1945 – 28 ສິງຫາ 2025) ໄດ້ດຳເນີນໃນຕອນເຊົ້າວັນທີ 08 ສິງຫກາ ຢູ່ຮ່າໂນ້ຍ. ຕາງໜ້າໃຫ້ການນຳພັກ, ລັດ, ປະດັບຫຼຽນໄຂເອກະລາດ ຊັ້ນໜຶ່ງ ໃຫ້ແກ່ກະຊວງການເງິນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ ຂະແໜງການເງິນ ຍາມໃດກໍຢັ້ງຢືນໄດ້ບົດບາດ, ທີ່ຕັ້ງ ແລະ ນຳໜ້າໃນການຜັນຂະຫຍາຍຮູບແບບເສດຖະກິດໃໝ່, ປະກອບສ່ວນສຳຄັນເຂົ້າໃນພື້ນຖານເສດຖະກິດຂອງປະເທດຊາດ. ທ່ານ ໂຕເລິມ ສະເໜີວ່າ:

        “ສຸມໃສ່ແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການພັດທະນາຢ່າງຂາດຂັ້ນ; ດັດປັບຂົງເຂດເສດຖະກິດ, ເປີດກວ້າງເຂດພັດທະນາ, ເພີ່ມທະວີການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດ, ຈັດແບ່ງແຫຼ່ງກຳລັງ ແລະ ສົມທົບບັນດາແຫຼ່ງກຳລັງເສດຖະກິດ. ສ້າງຮູບແບບເຕີບໂຕໃໝ່ ໂດຍຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ເປັນກຳລັງໜູນຕົ້ນຕໍ ເພື່ອສ້າງການຫັນປ່ຽນຢ່າງແຮງກ່ຽວກັບສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ສ້າງ, ປັບປຸງລະບອບລະບຽບການ, ນະໂຍບາຍການເງິນ - ງົບປະມານແຫ່ງລັດໃຫ້ສົມບູນແບບ; ຍົກສູງປະສິດທິພາບ, ປະສິດທິຜົນການຈັດຕັ້ງປະຕິບັດກົດໝາຍດ້ວຍທັດສະນະລະບອບລະບຽບການນັ້ນແມ່ນ “ບຸກທະລຸຂອງການບຸກທະລຸ”, ລະບອບລະບຽບການແມ່ນແຫຼ່ງກຳລັງ, ກຳລັງໜູນພັດທະນາ”.

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ

ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ

ຮອດປີ 2030, ໃນໂອກາດ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ, ຫວຽດນາມ ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

Top