ທ່ານປະທານປະເທດ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອຂອງລາວ ໃນພາລະກິດແຫ່ງການຕໍ່ສູ້ ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ແລະ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ, ຈະພ້ອມກັບລາວ ຮັກສາໝາກຜົນການປະຕິວັດທີ່ບັນລຸໄດ້ຢ່າງໝັ້ນແກ່ນ.
ທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ແລະ ທ່ານ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ (ພາບ: Lâm Khánh/TTXVN)
ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມືມຮອບດ້ານ ຫວຽດນາມ - ລາວມີຄວາມໝາຍສຳຄັນຕໍ່ແຕ່ລະປະເທດ ນັ້ນແມ່ນການຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ໃນໂອກາດຕ້ອນຮັບທ່ານ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນຕອນບ່າຍວັນທີ 11 ສິງຫາ ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດທ່ານຮອງລັດຖະມົນຕີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 10 - 14 ສິງຫາ 2025.
ທ່ານປະທານປະເທດ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອຂອງລາວ ໃນພາລະກິດແຫ່ງການຕໍ່ສູ້ ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ແລະ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ, ຈະພ້ອມກັບລາວ ຮັກສາໝາກຜົນການປະຕິວັດທີ່ບັນລຸໄດ້ຢ່າງໝັ້ນແກ່ນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງທັງສອງຊາດ. ທ່ານປະທານປະເທດ ເລື່ອງກືອງ ສະເໜີ ໃນໄລຍະຈະມາເຖິງກອງທັບສອງປະເທດເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການສ້າງກອງທັບຢ່າງໝັ້ນແກ່ນ ກ່ຽວກັບການເມືອງ, ແນວຄິດ, ພະນັກງານ ແລະ ການຈັດຕັ້ງ.
ສ່ວນທ່ານພົນຕີ ວົງສອນ ອິນປານພິມຢັ້ງຢືນວ່າເຖິງວ່າຢູ່ໃນສະພາບການໃດ ກໍ່ຕາມ ກອງທັງປະຊາຊົນລາວ ຍາມໃດກໍ່ຮ່ວມເດີນທາງພ້ອມກັບກອງທັບປະຊາຊົນ ຫວຽດນາມ ເພື່ອປົກປັກຮັກສາ, ສ້າງສາປະເທດຊາດ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່່າງສອງປະເທດ.
(ແຫຼ່ງຄັດຈາກ VOV)