• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2021

 ວັນທີ 21 ກຸມພາ, ທີ່ແຂວງ ກາວບັງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວເດືອນຊາວໜຸ່ມ 2021 ແລະ ບຸນເຕັດປູກຕົ້ນໄມ້ປີສະຫລຸ.
ເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2021 (ພາບ:  thanhnien.vn)

ໃນຂອບເຂດຂອງການເຄື່ອນໄຫວ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບຂອງຂວັນ 20 ພູດໃຫ້ບັນດາຄອບຄົວນະໂຍບາຍ; ມອບທຶນການສຶກສາ 30 ທຶນໃຫ້ບັນດານັກຮຽນ, ນັກສຶກສາຮຽນເກັ່ງທີ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ມອບລົດຖີບ 30 ຄັນໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ; ມອບຕົ້ນໄມ້ 10.000 ຕົ້ນ ແລະ ຈັດຕັ້ງພິທີປູກຕົ້ນໄມ້ຢູ່ບ້ານ ມາລິບ ແລະ ບ້ານ ຮົ່ງວຽດ, ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວາງ, ແຂວງ ກາວບັງ.

ເນື່ອງໃນໂອກາດນີ້, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກໍ່ໄດ້ມອບກິດກະກຳຊາວໜຸ່ມຫລາຍແຫ່ງຢູ່ແຂວງ ກາວບັງ. ພ້ອມກັນນັ້ນ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກໍ່ຈັດຕັ້ງວັນບຸນໃຫ້ຄຳປຶກສາ, ແນະນຳວຽກເຮັດງານທຳໃຫ້ຊາວໜຸ່ມຕາມຮູບການທາງອອນລາຍ, ຈັດຕັ້ງຊຸດຝຶກອົບຮົມແຍກປະເພດຂີ້ເຫຍື້ອຢູ່ເມືອງ ຮ່າກວາງ.

         ແລະກໍ່ໃນຕອນເຊົ້າວັນດຽວກັນ, ທີ່ແຂວງ ດັກລັກ, ຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຈັດຕັ້ງພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2021.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ຂອງ​ອົງ​ການ​ພະ​ລັງ​ງານ​ສາ​ກົນ​ຢ່າງ​ເປັນ​ທາງ​ການ

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ຂອງ​ອົງ​ການ​ພະ​ລັງ​ງານ​ສາ​ກົນ​ຢ່າງ​ເປັນ​ທາງ​ການ

ວັນທີ 19 ກຸມພາ, ຢູ່ນະຄອນຫຼວງ ປາຣີີ ປະເທດຝລັ່ງ, ສະພາລັດຖະມົນຕີອົງການພະລັງງານສາກົນ (IEA) 2026 ໄດ້ຮັບຮອງເອົາສະເໜີນຳຫວຽດນາມ ເຂົ້າເປັນປະເທດເຊື່ອມຕໍ່ຂອງອົງການນີ້ຢ່າງເປັນທາງການ.

Top