• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຢູ່ ແຂວງ Kampong Speu

      ໃນວັນທີ 02 ມີນາ, ຢູ່ແຂວງ Kampong Speu ປະເທດ ກຳປູເຈຍ ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ.

ພິທີເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຈັດຂຶ້ນໃນວັນທີ 2 ມີນາ (ພາບ: TTXVN)      
      ກ່າວຄຳປາໄສທີ່ຢູ່ພິທີ, ທ່ານ Nhem Valy ຮອງປະທານທັງເປັນເລຂາທິການໃຫຍ່ສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ຊີ້ແຈ້ງວ່າ: “ພາຍຫຼັງວັນທີ 07 ມັງກອນ ປີ 1979, ປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍ, ບັນດາແຂວງນະຄອນໃນທົ່ວປະເທດ ກຳປູເຈຍ ລ້ວນແຕ່ດຳເນີນການກໍ່ສ້າງອານຸສາວະລີມິດຕະພາບ ກຳປູເຈຍ-ຫວຽດນາມ, ໃນນັ້ນ ມີແຂວງ Kampong Speu. ປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍ, ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ ແມ່ນຍ້ອນມີ ທະຫານອາສາສະໝັກ ຫວຽດນາມ.
            ກິດຈະກຳອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຄາດຄະເນວ່າຈະ ໄດ້ປະຕິບັດກໍ່ສ້າງ ແລະ ສຳເລັດ ພາຍໃນ 12 ເດືອນ. ປັດຈຸບັນມີ 16 ອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ໄດ້ເປີດສະຫຼອງແລ້ວໃນຍອດຈຳນວນ 22 ອານຸສາວະລີທີ່ໄດ້ກໍ່ສ້າງໃໝ່, ປະຕິສັງຂອນ ແລະ ບູລະນະໃນທົ່ວປະເທດ ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top