• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ​ສາ​ວິ​ທີ​ການກ່ຽວ​ກັບ ລາຍຈ່າຍງົບ​ປະ​ມານ​ເກີດ​ດຸນຢູ່​ 3,7% GDP

ຄະນະປະຈຳສະພາແຫ່ງຊາດ ຖືວ່າ: ກຳລັງພາຍໃນຂອງພື້ນຖານເສດຖະກິດຍັງບໍ່ທັນເຂັ້ມແຂງ, ການເຕີບໂຕຍັງບໍ່ທັດຮັບປະກັນຄວາມໝັ້ນຄົງ. 
ທ່ານ ເຈິ່ນແທັງເໝີນ ຮອງປະທານສະພາແຫງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 13 ກໍລະກົດ, ປະກອບຄຳເຫັນໃສ່ການຄາດຄະເນບັນດາແຜນການພັດທະນາ ເສດຖະກິດ ສັງຄົມ, ແຜນການການເງິນແຫ່ງຊາດ, ແຜນການກູ້ຢຶມເງິນ, ຊຳລະໜິສາທາລະນະ ແລະ ແຜນການລົງທຶນສາທາລະນະໄລຍະກາງ 2021 – 2025, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເຫັນພ້ອມກັບວິທີການຂອງ ລັດຖະບານກ່ຽວກັບ ລາຍຈ່າຍງົບປະມານເກີນດຸນໃນໄລຍະນີ້ ຄາດວ່າສູງກ່ວາ ໄລຍະກ່ອນ 3,7% GDP. ຄະນະປະຈຳສະພາແຫ່ງຊາດ ຖືວ່າ: ກຳລັງພາຍໃນຂອງພື້ນຖານເສດຖະກິດຍັງບໍ່ທັນເຂັ້ມແຂງ, ການເຕີບໂຕຍັງບໍ່ທັດຮັບປະກັນຄວາມໝັ້ນຄົງ. ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ຝົກຕົກນ້ຳຖ້ວນ, ນ້ຳທະເລຊຶມໄດ້ກໍ່ໃຫ້ເກີດຜົນພາຍຫຼັງຢ່າງໜັກໜ່ວງ. ພິເສດແມ່ນ ໂລກລະບາດໂຄວິດ - 19, ຕາມການຕີລາຄາແລ້ວ, ວິສາຫະກິດ ແລະ ປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາຫຼາຍຢ່າງ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ ບົດລາຍງານລວບລວມຄຳເຫັນ, ຂໍ້ສະເໜີຂອງບັນດາຜູ້ມີສິດເລືອກຕັ້ງໃນທົ່ວປະເທດທີ່ສົ່ງໄປຍັງກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດທີ 15. ຄະນະປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ສະເໜີໃຫ້ລັດຖະບານຊີ້ນຳ ແລະ ຄວບຄຸມການນຳໃຊ້ກອງທັນວັກຊິນປ້ອງກັນ, ຕ້ານໂຄວິດ - 19 ຢ່າງແໜ້ນແຟ້ນ, ຕ້ອງມີຄວາມໂປ່ງໃສກ່ຽວກັບການຮັບ ແລະ ນຳໃຊ້ແຫຼ່ງເງິນອຸປະຖຳຂອງບັນດາອົງການ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top