• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ​ ຈະ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ປີ 2021

ໃນກອງປະຊຸມຂ່າວເມື່ອວັນທີ 5 ມິຖຸນາຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເຕື້ອງເຖິງບັນດາບັນຫາການພົວພັນພາຍໃນ ແລະ ຕ່າງປະເທດ ຊື່ງພົ້ນເດັ່ນແມ່ນທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ພື້ນຖານເສດຖະກິດແຖວໜ້າຂອງໂລກນີ້ ຈະຟື້ນຢູຢ່າງໄວວາ ພາຍຫຼັງໂລກລະບາດໂຄວິດ-19.


ກຳມະກອນເຮັດວຽກຢູ່ໂຮງງານທີ່ 
Vernon, Los Angeles, California, ອາເມລິກາ

 (ພາບ: THX/TTXVN)


ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ໃຫ້ຂໍ້ສັງເກດວ່າ: ປະເທດອາເມລິກາ ໄດ້ຜ່ານຜ່າຈຸດເວລາທີ່ຊົ່ວຮ້າຍທີ່ສຸດຂອງໂລກລະບາດໂຄວິດ-19 ແລ້ວ. ທ່ານເນັ້ນໜັກວ່າ: ໃນຈຸດເວລາປະຈຸບັນ, ຍຸດທະສາດດີທີ່ສຸດຂອງອາເມລິກາ ແມ່ນສຸມໃສ່ບັນດາແຫຼ່ງກຳລັງ ເພື່ອຮັບມືກັບໂລກລະບາດໃນກຸ່ມທີ່ມີຄວາມສ່ຽງສູງ. ຕາມທ່ານປະທານາທິບໍດີອາເມລິກາ Donald Trump ແລ້ວ, ອຳນາດການປົກຄອງອາເມລິກາ ຢາກມີບ້ວງເງິນກະຕຸ້ນເສດຖະກິດໃໝ່, ໜູນຊ່ວຍບັນດາຂົງເຂດທີ່ຖືກຜົນກະທົບຈາກໂລກລະບາດຢ່າງຮ້າຍແຮງຄື: ຮ້ານອາຫານ, ໂຮງແຮມ, ຂະແໜງອຸດສາຫະກຳບັນເທິງ…

    ຄາດວ່າ, ລັດຖະບານປະເທດນີ້ ຈະປະກາດນະໂຍບາຍອາກອນໃໝ່ໂດຍໄວ ເພື່ອຫລຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ບັນດາພື້ນຖານດຳເນີນທຸລະກິດ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top