• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ມາ​ເລ​ເຊຍ ຮ່ວມ​ມື​ກັນ​ແກ້​ໄຂ​ບັນ​ຫາ​ຈັບ​ຫາ​ປາ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ຈົດ​ທະ​ບຽນ (IUU)

ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ເພື່ອບັນລຸວົງເງິນສອງຝ່າຍໃຫ້ໄດ້ 20 ຕື້ USD ໂດຍໄວ ແລະ ເປີດກວ້າງການຮ່ວມມືພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ການສຶກສາ; ເພີ່ມທະວີການຮ່ວມມືທາງທະເລ.
ທ່ານ ດັ້ງຮ່ວາງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Nushirwan Zainal Abidin, ຫົວໜ້າກົມໃຫຍ່, ຫົວໜ້າຫ້ອງການສະພາຄວາມໝັ້ນຄົງແຫ່ງຊາດ ມາເລເຊຍ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ ກົວລາ ລຳເປີ, ມາເຊເຊຍ, ວັນທີ 22 ທັນວາ, ທ່ານ ດັ້ງຮ່ວາງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຮັດວຽກກັບທ່ານນາງ Adina Kamarudin, ຫົວໜ້າກົມໃຫຍ່ທະເລ, ກະຊວງການຕ່າງປະເທດ ມາເລເຊຍ ແລະ ທ່ານ Nushirwan Zainal Abidin, ຫົວໜ້າກົມໃຫຍ່, ຫົວໜ້າຫ້ອງການສະພາຄວາມໝັ້ນຄົງແຫ່ງຊາດ ມາເລເຊຍ. ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ເພື່ອບັນລຸວົງເງິນສອງຝ່າຍໃຫ້ໄດ້ 20 ຕື້ USD ໂດຍໄວ ແລະ ເປີດກວ້າງການຮ່ວມມືພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ການສຶກສາ; ເພີ່ມທະວີການຮ່ວມມືທາງທະເລ.

ສອງຝ່າຍກໍເຫັນດີສືບຕໍ່ຮ່ວມມືແກ້ໄຂບັນຫາຈັບຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຈົດທະບຽນ (IUU). ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ກໍໄດ້ແບ່ງປັນກ່ຽວກັບບັນດາຄວາມກ້າວໜ້າ, ໝາກຜົນເຊິ່ງ ຫວຽດນາມ ບັນລຸໄດ້ໃນວຽກງານຕ້ານການຂຸດຄົ້ນ IUU ແລະ ຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ໃນການຕ້ານ IUU ແລະ ພັດທະນາອາຊີບຫາປາແບບຍືນຍົງ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຕ້ານການຂຸດຄົ້ນ IUU, ແລກປ່ຽນ, ສະໜອງຂໍ້ມູນກ່ຽວກັບບັນດາກໍລະນີເຮືອຫາປາ, ຊາວປະມົງລະເມີດຂໍ້ກຳນົດລະຫວ່າງສອງປະເທດເພື່ອສົມທົບກັນແກ້ໄຂ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top