ຂ່າວສານ
ຫວຽດນາມ ແນະນຳພິທີເປີດລົງນາມ ສົນທິສັນຍາ ຮ່າໂນ້ຍ ທີ່ສັບປະດາຂັ້ນສູງ ສະມັດຊາດໃຫຍ່ ສປຊ ຊຸດທີ 80
ໃນຂອບເຂດສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80, ວັນທີ 22 ກັນຍາ, ຢູ່ສຳນັກງານ ສປຊ ທີ່ນິວຢອກ (ອາເມລິກາ), ກະຊວງການຕ່າງປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບຫ້ອງການ ສປຊ ກ່ຽວກັບການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC), ຮ່ວມກັນຈັດເຫດການ “ເສັ້ນທາງໄປຍັງ ຮ່າໂນ້ຍ: ພິທີລົງນາມສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳອິນເຕີເນັດ - ເຊີດຊູລັດທິຫຼາຍຝ່າຍ ເພື່ອອະນາຄົດດີຈີຕອນທີ່ປອດໄພ”.
ກ່າວຄຳເຫັນໄຂເຫດການ, ທ່ານ ເລຮວ່າຍຈຸງ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໃນບົດບາດແມ່ນປະເທດເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາ, ຫວຽດນາມ ປາດຖະໜາຢາກໃຫ້ເຫດການກາຍເປັນຂີດໝາຍໃໝ່ໃນການປັບປຸງລັດທິຫຼາຍຝ່າຍ ເວົ້າລວມ ແລະ ການຮ່ວມມືທົ່ວໂລກ ໃນການຕ້ານບັນດາໄພນາບຂູ່ດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເວົ້າສະເພາະ. ນີ້ແມ່ນຄວາມມານະພະຍາຍາມຂອງ ຫວຽດນາມ ໃນວິວັດການກະກຽມຈັດພິທີເປີດການລົງນາມ ແລະ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍບັນດາປະເທດມຸ່ງໄປເຖິງການໃຫ້ສັດຕະຍາບັນ ແລະ ປະຕິບັດສົນທິສັນຍາຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.