• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ: ຫຸ້ນ​ສ່ວ​ນ​ຍຸດ​ທະ​ສາດ ສ້າງອະ​ນາ​ຄົດ​ພັດ​ທະ​ນາ​ລວມ

ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ເວ​ລາ​ທີ່ ລາວ​ພວມ​ຜັນ​ຂະ​ຫຍາຍ ບັນ​ດາໜ້າ​ທີ່​ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ບູ​ລະ​ນະ​ກົງ​ຈັກ​ການ​ນຳ​ອາ​ຍຸ​ການ 2026 – 2031 ໃຫ້​ສົມ​ບູນ​ແບບ, ພ້ອມ​ທັງ​ຊຸກ​ຍູ້​ການ​ປະ​ຕິ​ຮູບ, ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ.
ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິງຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ. (ພາບ: VNA)

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ເດີນ​ທາງມາ​ຢ້ຽມ​ຢາມ ສ​ປ​ປ.ລາວ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8 – 9 ຕຸ​ລາ. ການ​ຢ້ຽມ​ຢ​າມ​ສືບ​ຕໍ່​ຢັ້ງ​ຢືນ ຫວຽດ​ນາມ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ.

ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ເວ​ລາ​ທີ່ ລາວ​ພວມ​ຜັນ​ຂະ​ຫຍາຍ ບັນ​ດາໜ້າ​ທີ່​ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ບູ​ລະ​ນະ​ກົງ​ຈັກ​ການ​ນຳ​ອາ​ຍຸ​ການ 2026 – 2031 ໃຫ້​ສົມ​ບູນ​ແບບ, ພ້ອມ​ທັງ​ຊຸກ​ຍູ້​ການ​ປະ​ຕິ​ຮູບ, ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ.

ໃນ​ສະ​ພາບ​ການ​ນັ້ນ, ການ​ຢ້ຽມ​ຢາມ​ໄດ້​ສົ່ງ​ສານ​ກ່ຽວ​ກັບ​ການ​ຮ່ວມ​ເດີນ​ທາງ, ສະ​ໜັບ​ສະ​​ໜູນ ແລະ ແບ່ງ​ປັນ ຂອງ ຫວຽດ​ນາມ ກັບ​ລາວ ໃນ​ການ​ຮ​ັບ​ປະ​ກັນ​ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ. ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ຜ່ານ​ບັນ​ດາ​ການ​ພົບ​ປະ​ຂັ້ນ​ສູງ ແລະ ບັນ​ດາ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ກຳຮ່ວມ​ມື ທະ​ວີ​ພາ​ຄີ ຫວຽດ​ນາມ - ລາວ ສືບ​ຕໍ່​ສ້າງ​ກຳ​ລັງ​ໜູນ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ.

ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ເລ​ມິງ​ຮຶງ ຍັງ​ແມ່ນ​ໂອ​ກາດເພື່ອ​ໃຫ້​ການ​ນຳ​ສອງ​ປະ​ເທດ​ແບ່ງ​ປັນ​ວິ​ໄສ​ທັດ ແລະ ທິດ​ທາງ ຕໍ່​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ການປະ​ສານ​ສົມ​ທົບ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຄື ອາ​ຊຽນ, ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປັບ​ປຸງ​ຈິດ​ໃຈ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ, ຮັບ​ປະ​ກັນ​ສຽງ​ເວົ້າ​ລວມ ແລະ ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ທົ່ວ​ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top