• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ພົບປະສົນທະນາກັບປະທານາທິບໍດີ ປານາມາ

ທ່ານນາຍົກລັດຖະມົນຕີ ເລມທິນຮຶງ, ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງກຳລັງໜູນເພື່ອນຳພົວພັນລະຫວ່າງ ຫວຽດນາມ ແລະ ປານາມາ ກ້າວເຂົ້າສູ່ໄລຍະພັດທະນາໃໝ່
  ທ່ານນາຍົກລັດຖະມົນຕີ ເລມິນ​ຮຶງ ແລະ ທ່ານປະທານາທິບໍດີ José Raúl Mulino Quintero. (ພາບ: VNA)  

ຕອນເຊົ້າວັນທີ 07 ຕຸລາ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ພົບປະກັບທ່ານ José Raúl Mulino Quintero, ປະທານາທິບໍດີ ປານາມາ ​ເຊິ່ງ​ພວມ​ຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນະ​ທີ່ນີ້, ທ່ານນາຍົກລັດຖະມົນຕີ ເລມ​ທິນ​ຮຶງ, ຢືນຢັນວ່າ ​ການຢ້ຽມ​ຢາມຄັ້ງນີ້ຈະສ້າງ​ກຳ​ລັງ​ໜູນ​ເພື່ອນຳພົວພັນລະຫວ່າງ ຫວຽດນາມ ແລະ ປານາມາ ກ້າວເຂົ້າສູ່ໄລຍະພັດທະນາໃໝ່; ທ່ານສະເໜີໃຫ້ສອງຝ່າຍ​ຫັນບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງຢ່າງໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ ແລະ logistics, ພ້ອມ​ກັນ​ນັ້ນ​ສ້າງຄວາມສະດວກ​ເພື່ອໃຫ້​ສິນ​ຄ້າຂອງ 2 ປະ​ເທດ​ເຂົ້າ​ເຖິງ​ຕະ​ຫຼາດ​ຂອງ​ກັນ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງໝີ້ນ ແລະ ທ່ານປະທານາທິບໍດີ José Raúl Mulino Quintero. (ພາບ: VNA)

ສ່ວນທ່ານປະທານາທິບໍດີ José Raúl Mulino ຢືນຢັນວ່າ, ພ້ອມແລ້ວ​ທີ່​ຈະ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງຄອງເໝືອງ ປານາມາ, ລະ​ບົບ​ທ່າ​ກຳ​ປັ່ນ ແລະ logistics ເພື່ອ​ໜູນ​ຊ່ວຍ ຫວຽດ​ນາມ ເຂົ້າ​ເຖິງຕະຫຼາດ ອາເມລິກາ ລາຕິນ ແລະ ທະ​ວີບ ອາເມລິກາ; ພ້ອມ​ກັນ​ນັ້ນຍິນດີຕ້ອນຮັບວິສາຫະກິດ ຫວຽດນາມ ມາລົງທຶນ​ເຂົ້າໃນ​ພື້ນ​ຖານໂຄງລ່າງ, ການປຸງແຕ່ງກະສິກຳ, ເຄິ່ງຊັກ​ນຳ​ໄຟ​ຟ້າ, ປັນຍາປະດິດ...

ໃນ​ວັນ​ດຽວ​ກັນ, ໃນການພົບປະ​ສົນ​ທະ​ນາກັບ​ທ່ານປະທານາທິບໍດີ José Raúl Mulino, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງໝີ້ນ ໃຫ້​ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ໄດ້ສ້າງຕັ້ງກຸ່ມສະ​ມາ​ຊິກລັດຖະສະພາ ຫວຽດນາມ-ປານາມາ, ທ່ານຢືນຢັນວ່າ ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດແມ່ນ​ເສົາຄ້ຳສຳຄັນ, ປະກອບສ່ວນປັບ​ປຸງຄວາມໄວ້ເນື້ອເຊື່ອໃຈ​ດ້ານການເມືອງ ແລະ ​ແລວ​ນິ​ຕິ​ກຳ​ສະ​ດວກໃຫ້ແກ່​ບັນ​ດາຂໍ້ຕົກລົງສອງຝ່າຍ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top