ຄາດວ່າ, ໃນການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ຄັ້ງນີ້ສອງຝ່າຍຈະໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມືກວ່າ 10 ສະບັບໃນຫຼາຍຂົງເຂດທີ່ສຳຄັນ, ນັບແຕ່ລະດັບສູນກາງລົງຮອດຂັ້ນທ້ອງຖິ່ນ.
ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ (ພາບ: VNA)
ການຢ້ຽມຢາມ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່. ນີ້ແມ່ນຄຳຢືນຢັນຂອງທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວ ຫວຽດນາມ ປະຈຳ ລາວ ກ່ອນການເດີນທາງໄປຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ, ແຕ່ວັນທີ 08 - 09 ຕຸລາ 2026 ຂອງທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ.
ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ໄດ້ເນັ້ນໜັກວ່າ, ການຢ້ຽມຢາມຄັ້ງນີ້ ໄດ້ດຳເນີນໄປໃນສະພາບທີ່ການພິເສດ, ເມື່ອສອງປະເທດພວມເຂົ້າສູ່ປີທຳອິດຂອງການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ; ລາວ ຫາກໍ່ສຳເລັດການເລືອກຕັ້ງປະທານສະພາແຫ່ງຊາດຊຸດທີ 10 ແລະ ນາຍົກລັດຖະມົນຕີອາຍຸການໃໝ່ທີ່ກອງປະຊຸມເທື່ອທີ 2 ສະພາແຫ່ງຊາດຊຸດທີ 10, ຫວຽດນາມ ກໍ່ພວມຈັດກອງປະຊຸມໃຫຍ່ເທື່ອທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ແລະ ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນສະພາແຫ່ງຊາດຊຸດທີ 16...
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ໃຫ້ຮູ້ວ່າ ຄາດວ່າ, ໃນການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ຄັ້ງນີ້ສອງຝ່າຍຈະໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມືກວ່າ 10 ສະບັບໃນຫຼາຍຂົງເຂດທີ່ສຳຄັນ, ນັບແຕ່ລະດັບສູນກາງລົງຮອດຂັ້ນທ້ອງຖິ່ນ. ໃນຂອບເຂດການຢ້ຽມຢາມ ຈະຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 1.000 ຄົນ ທີ່ຕ່າງໜ້າໃຫ້ບັນດາອົງການຄຸ້ມຄອງລັດ ແລະ ປະຊາຄົມວິສາຫະກິດຂອງທັງສອງປະເທດ. ທ່ານກໍ່ເນັ້ນໜັກວ່າ ລາວ ຫວັງວ່າ, ການຢ້ຽມຢາມຄັ້ງນີ້ຈະສ້າງບາດກ້າວສຳຄັນໃນການຍົກລະດັບການຮ່ວມມີດ້ານເສດຖະກິດໃຫ້ທຽບເທົ່າກັບການພົວພັນດ້ານການເມືອງພິເສດລະຫວ່າງ 2 ປະເທດ.
(ແຫຼ່ງຄັດຈາກ VOV)