ກອງປະຊຸມວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 18 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ຈັດຂຶ້ນເປັນ 2 ວັນດ້ວຍຫົວຂໍ້ແມ່ນ "ການແກ່ງແຍ້ງ, ເຊື່ອມຕໍ່ ແລະ ຮ່ວມມື: ທະເລຕາເວັນອອກ ແລະ ລະບຽບຮຽບຮ້ອຍທາງທະເລຢູ່ພາກພື້ນ".
ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 300 ຄົນທີ່ມາຈາກກວ່າ 30 ປະເທດ ແລະ ເຂດແຄວ້ນ, ກອງປະຊຸມສຳມະນາໄດ້ສຸມໃສ່ເຮັດແຈ້ງບັນດາບັນຫາການແກ່ງແຍ້ງ, ເຊື່ອມຕໍ່ ແລະ ຮ່ວມມື, ດ້ວຍບັນດາວາລະສົນທະນາກ່ຽວກັບສະພາບຍຸດທະສາດຢູ່ທະເລຕາເວັນອອກ. ໃນນັ້ນ, ທັດສະນະທີ່ໄດ້ຮັບຄວາມເຫັນດີເຫັນພ້ອມຫຼາຍທີ່ສຸດຈາກບັນດາຜູ້ແທນເຂົ້າຮ່ວມແມ່ນ ສັນຕິພາບ ແລະ ຄວາມວັດທະນາຖາວອນຢ່າງຍາວນານຢູ່ທະເລຕາເວັນອອກ ບໍ່ສາມາດອີງໃສ່ສິ່ງໃດໝົດນອກຈາກການເຄົາລົບກົດໝາຍ. ທ່ານນາງ ຫງວຽນທິຮວ່າງເວີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ໄດ້ແບ່ງປັນທັດສະນະວ່າ:
"ບັນດາຂໍກຳນົດກົດລະບຽບພຽງແຕ່ມີຄຸນຄ່າທີ່ສຸດຂະນະທີ່ໄດ້ສະແດງໃຫ້ເຫັນຜ່ານການກະທຳໃນຕົວຈິງ. ການເຄົາລົບກົດໝາຍສາກົນຕ້ອງໄປຄຽງຄູ່ກັບຄວາມລະງັບໃຈ. ສິດຜົນປະໂຫຍດຕ້ອງໄປພ້ອມກັບໜ້າທີ່ຄວາມຮັບຜິດຊອບ. ແລະ ຄວາມບໍ່ລົງລອຍກັນຕ້ອງໄດ້ຮັບການຄຸ້ມຄອງຕາມວິທີຫຼຸດຜ່ອນຄວາມເຂົ້າໃຈຜິດ ແລະ ສະກັດກັ້ນສະພາບເພີ່ມຂຶ້ນ. ສະນັ້ນ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຫຼຸດຜ່ອນຄວາມສ່ຽງຈຶ່ງຕ້ອງໄດ້ຮັບຄວາມສົນໃຈຫຼາຍຂຶ້ນ."
(ແຫຼ່ງຄັດຈາກ VOV)