ທ່ານນາຍົກລັດຖະມົນຕີ ເລມທິນຮຶງ, ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງກຳລັງໜູນເພື່ອນຳພົວພັນລະຫວ່າງ ຫວຽດນາມ ແລະ ປານາມາ ກ້າວເຂົ້າສູ່ໄລຍະພັດທະນາໃໝ່
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ທ່ານປະທານາທິບໍດີ José Raúl Mulino Quintero. (ພາບ: VNA)
ຕອນເຊົ້າວັນທີ 07 ຕຸລາ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບທ່ານ José Raúl Mulino Quintero, ປະທານາທິບໍດີ ປານາມາ ເຊິ່ງພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເລມທິນຮຶງ, ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງກຳລັງໜູນເພື່ອນຳພົວພັນລະຫວ່າງ ຫວຽດນາມ ແລະ ປານາມາ ກ້າວເຂົ້າສູ່ໄລຍະພັດທະນາໃໝ່; ທ່ານສະເໜີໃຫ້ສອງຝ່າຍຫັນບັນດາຂໍ້ຕົກລົງຂັ້ນສູງຢ່າງໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ ແລະ logistics, ພ້ອມກັນນັ້ນສ້າງຄວາມສະດວກເພື່ອໃຫ້ສິນຄ້າຂອງ 2 ປະເທດເຂົ້າເຖິງຕະຫຼາດຂອງກັນ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງໝີ້ນ ແລະ ທ່ານປະທານາທິບໍດີ José Raúl Mulino Quintero. (ພາບ: VNA)
ສ່ວນທ່ານປະທານາທິບໍດີ José Raúl Mulino ຢືນຢັນວ່າ, ພ້ອມແລ້ວທີ່ຈະເສີມຂະຫຍາຍທ່າແຮງຂອງຄອງເໝືອງ ປານາມາ, ລະບົບທ່າກຳປັ່ນ ແລະ logistics ເພື່ອໜູນຊ່ວຍ ຫວຽດນາມ ເຂົ້າເຖິງຕະຫຼາດ ອາເມລິກາ ລາຕິນ ແລະ ທະວີບ ອາເມລິກາ; ພ້ອມກັນນັ້ນຍິນດີຕ້ອນຮັບວິສາຫະກິດ ຫວຽດນາມ ມາລົງທຶນເຂົ້າໃນພື້ນຖານໂຄງລ່າງ, ການປຸງແຕ່ງກະສິກຳ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ...
ໃນວັນດຽວກັນ, ໃນການພົບປະສົນທະນາກັບທ່ານປະທານາທິບໍດີ José Raúl Mulino, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງໝີ້ນ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ໄດ້ສ້າງຕັ້ງກຸ່ມສະມາຊິກລັດຖະສະພາ ຫວຽດນາມ-ປານາມາ, ທ່ານຢືນຢັນວ່າ ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດແມ່ນເສົາຄ້ຳສຳຄັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ແລວນິຕິກຳສະດວກໃຫ້ແກ່ບັນດາຂໍ້ຕົກລົງສອງຝ່າຍ.