ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນໃຫຍ່ຢູ່ ລາວ. ບັນດາໂຄງການເຊື່ອມຕໍ່, ໃນນັ້ນມີທ່າກຳປັ່ນສາກົນ ລາວ - ຫວຽດນາມ ຢູ່ ວຸງອາງ ແລະ ບັນດາໂຄງການຄົມມະນາຄົມຂ້າມຊາຍແດນ
ເສັ້ນທາງເຊື່ອມຕໍ່ດ່າຊາຍແດນ ແທັງຖຸຍ ໄປເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ, ລາວ (ພາບປະກອບ: VNA)
ກ່ອນການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ (ແຕ່ວັນທີ 08-09 ຕຸລາ), ວັນທີ 07 ຕຸລາ, ສຳນັກຂ່າວປະເທດລາວ (KPL) ໄດ້ລົງບົດຂຽນໂດຍຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ 2 ປະເທດ; ໂດຍສະເພາະແມ່ນການຊຸກຍູ້ເນື້ອໃນຂອງ "ຫຸ້ນສ່ວນຍຸດທະສາດ" ເປັນລະອຽດ, ເພີ່ມທະວີການເຊື່ອມຕໍ່ ແລະ ການໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງ 2 ພື້ນຖານເສດຖະກິດ.
ຕາມ KPL ແລ້ວ, ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນໃຫຍ່ຢູ່ ລາວ. ບັນດາໂຄງການເຊື່ອມຕໍ່, ໃນນັ້ນມີທ່າກຳປັ່ນສາກົນ ລາວ - ຫວຽດນາມ ຢູ່ ວຸງອາງ ແລະ ບັນດາໂຄງການຄົມມະນາຄົມຂ້າມຊາຍແດນ, ປະກອບສ່ວນຊ່ວຍໃຫ້ ລາວ ເພີ່ມທະວີການເຂົ້າເຖິງເສັ້ນທາງທະເລ ແລະ ມຸ່ງໄປເຖິງເລື່ອງກາຍເປັນສູນກາງຂອງການເຊື່ອມຈອດ ແລະ logistic ຂອງພາກພື້ນ.
ສຳນັກຂ່າວສານປະເທດ ລາວ ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການສຶກສາ, ບຳລຸງສ້າງ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງປະເທດ, ຖືນີ້ແມ່ນພື້ນຖານທີ່ສຳຄັນເພື່ອສືບຕໍ່ສາຍພົວພັນມິດຕະພາບລະຫວ່າງບັນດາລຸ້ນຄົນ.
KPL ກໍ່ໃຫ້ຂໍ້ສັງເກດວ່າ ໃນສະພາບການໃໝ່, ຫວຽດນາມ ແລະ ລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນ ອາຊຽນ, ບັນດາກົນໄກການຮ່ວມມືແມ່ນ້ຳຂອງ ແລະ ເວທີປາໄສສາກົນ. ການຢ້ຽມຢາມດັ່ງກ່າວໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຫັນການພົວພັນດ້ານການເມືອງພິເສດ ໃຫ້ກາຍເປັນບັນດາການເຊື່ອມຈອດດ້ານເສດຖະກິດ ແລະ ໂຄງການຮ່ວມມືເປັນລະອຽດ, ນຳສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)