ຂ່າວສານ

ຫາງສຽງ ລາວ ຕີລາຄາສູງຕໍ່ການຢ້ຽມຢາມ ລາວ ຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ

ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນໃຫຍ່ຢູ່ ລາວ. ບັນດາໂຄງການເຊື່ອມຕໍ່, ໃນນັ້ນມີທ່າກຳປັ່ນສາກົນ ລາວ - ຫວຽດນາມ ຢູ່ ວຸງອາງ ແລະ ບັນດາໂຄງການຄົມມະນາຄົມຂ້າມຊາຍແດນ
ເສັ້ນ​ທາງ​ເຊື່ອມ​ຕໍ່​ດ່າ​ຊາຍ​ແດນ ແທັງ​ຖຸຍ ໄປ​ເມືອງ ຄຳ​ເກີດ, ແຂວງ ບໍ​ລິ​ຄຳ​ໄຊ, ລາວ (ພາບ​ປະ​ກອບ: VNA)

ກ່ອນການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ (ແຕ່​ວັ​ນ​ທີ 08-09 ຕຸລາ), ວັນ​ທີ 07 ຕຸລາ, ສຳນັກຂ່າວປະ​ເທດລາວ (KPL) ໄດ້ລົງບົດຂຽນໂດຍຢືນຢັນວ່າ ການຢ້ຽມຢາມ​ຄັ້ງ​ນີ້ຈະປະກອບສ່ວນປັບ​ປຸງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ​ແບບພິເສດ, ການຮ່ວມມືຮອບດ້ານ ແລະ ​ຫຸ້ນ​ສ່ວນຍຸດທະສາດ​ລະ​ຫວ່າງ​ 2 ປະເທດ; ໂດຍສະເພາະແມ່ນການ​ຊຸກ​ຍູ້​ເນື້ອ​ໃນຂອງ "ຫຸ້ນ​ສ່ວນຍຸດທະສາດ" ເປັນ​ລະ​ອຽດ, ເພີ່ມທະວີການເຊື່ອມຕໍ່ ແລະ ການ​ໜູນ​ຊ່ວຍເຊິ່ງ​ກັນ​ ແລະ ກັນລະຫວ່າງ 2 ​ພື້ນ​ຖານເສດຖະກິດ.

ຕາມ KPL ແລ້ວ, ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນ​ດານັກລົງທຶນ​ໃຫຍ່​ຢູ່ ລາວ. ບັນ​ດາໂຄງການເຊື່ອມຕໍ່, ​ໃນ​ນັ້ນ​ມີ​ທ່າ​ກຳ​ປັ່​ນ​ສາ​ກົນ ລາວ - ຫວຽດນາມ ຢູ່ ວຸງອາງ ແລະ ບັນ​ດາໂຄງການຄົມ​ມະ​ນາ​ຄົມຂ້າມຊາຍແດນ, ປະກອບສ່ວນ​ຊ່ວຍ​ໃຫ້ ລາວ ເພີ່ມທະ​ວີການເຂົ້າເຖິງເສັ້ນທາງທະເລ ແລະ ມຸ່ງໄປ​​ເຖິງ​ເລື່ອງກາຍ​ເປັນ​ສູນ​ກາງ​ຂອງ​ການ​ເຊື່ອມຈອດ ແລະ logistic ຂອງພາກພື້ນ.

ສຳນັກຂ່າວສານ​ປະ​ເທດ ລາວ ຍັງໄດ້ຕີລາຄາສູງຕໍ່ການຮ່ວມ​ມື​ດ້ານ​ການ​ສຶກ​ສາ, ບຳ​ລຸງ​ສ້າງ ແລະ ການ​ພົບ​ປະແລກປ່ຽນປະຊາຊົນລະ​ຫວ່າງປະເທດ, ຖືນີ້​ແມ່ນພື້ນຖານທີ່ສຳຄັນ​ເພື່ອສືບຕໍ່ສາຍພົວພັນມິດຕະພາບລະຫວ່າງ​ບັນ​ດາ​ລຸ້ນຄົນ.

KPL ກໍ່ໃຫ້ຂໍ້ສັງເກດວ່າ ໃນສະພາບການໃໝ່, ຫວຽດນາມ ແລະ ລາວ ສືບຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ ອາຊຽນ, ບັນ​ດາກົນໄກການຮ່ວມມືແມ່ນ້ຳຂອງ ແລະ ເວທີປາໄສສາກົນ. ການຢ້ຽມຢາມດັ່ງກ່າວ​ໄດ້​ຮັບ​ຄວາມ​ຫວັງວ່າ ​ຈະ​ປະ​ກອບ​ສ່ວນຫັນການ​ພົວ​ພັນ​ດ້ານການເມືອງພິເສດ ​ໃຫ້​ກາຍ​ເປັນ​ບັນ​ດາການເຊື່ອມຈອດ​​ດ້ານ​ເສ​ດ​ຖະ​ກິດ ແລະ ໂຄງການຮ່ວມມື​ເປັນລະ​ອຽດ, ນຳສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງເລິກ, ​ແທດ​ຈິງ ແລະ ມີປະສິດທິຜົນ.


top