• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 63 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຢ່າງ​ຕັ້ງ​ໜ້າ

ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ຢູ່​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຊຸດ​ທີ 63 ສືບ​ຕໍ່​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ ແລະ ລັດ ຫວຽດ​ນາມ ກ່ຽວ​ກັບ​ການ​ເຄົາ​ລົບ​ນັບ​ຖື, ຮັບ​ປະ​ກັນ, ປົກ​ປ້ອງ​ສິດ​ທ​ິ​ມະ​ນຸດ, ສິດທິ​ພົນ​ລະ​ເມືອ.
ທ່ານ ມາຍ​ຟານ​ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ຢູ່​ວາ​ລະ​ປຶກ​ສາ​ຫາ​ລື​ລວມ​ຂອງກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 63 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ (ພາບ: VNA)

ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 63 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ (7/9 - 7/10) ໄດ້​ຈັດ​ພິ​ທີ​ປິດ​ຢູ່​ເຊີ​ແນວ, ໃນ​ວັນ​ທີ 7 ຕຸ​ລາ ໄດ້ອັດກອງ​ປະ​ຊຸມ​ປະ​ຈຳ​ປີ 3 ຄັ້ງ​ຂອງ​ສະ​ພາ​ໃນ​ປີ 2026, ສ້າງ​ຂີດ​ໝາຍ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດນາມ ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ອາ​ຍຸ​ການ 2026 – 2028.

ໃນ​ຕະຫຼອດ​ເວ​ລາ​ດຳ​ເນີນກອ​ງະ​ຊຸມ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຢູ່​ບັນ​ດາ​ວາ​ລ​ປຶກ​ສາ​ຫາ​ລື, ເຈ​ລະ​ຈາ​ຂອງ​ຮ່າງ​ມະ​ຕິ​ເກືອບ 40 ສະ​ບັບ ແລະ ບັນ​ດາ​ການ​ປຶກ​ສາ​ຫາ​ລື, ພ້ອມ​ທັງ​ອຸ​ປະ​ຖຳ​ມະ​ຕິ 8 ສະ​ບັບ ແລະ ​​ບົດກ່າວ​ຄຳ​ເຫັນ​ລວມ 7 ບົດ ກ່ຽວ​ກັບຫຼາຍ​ບັນ​ຫາ ທີ່​ຫວຽດາມ​ມີ​ຄວາມ​ສົນ​ໃຈ ແລະ ໃຫ້​ບຸ​ລິ​ມະ​ສິດ, ພ້ອມ​ກັນ​ນັ້ນ​ເປັນ​ປະ​ທານ ແລະ ເຂົ້າ​ຮ່ວມ​ບາງ​ຂໍ້​ລິ​ເລີ່ມ, ການ​ເຄື່ອນ​ໄຫວ​ຢູ່ນອກກອງ​ປະ​ຊຸມ, ດຶງ​ດູດ​ຄວາມ​ສົນ​ໃຈ, ການ​ສະ​ໜັບ​ສະ​ໜູນ​ຂອງ​ຜູ້​ຕາງ​ໜ້າຫຼາຍ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ຄູ່​ຮ່ວມ​ມື.

ພົ້ນ​ເດັ່ນ​ແມ່ນ, ຫວຽດ​ນາມ​ເປັນ​ປະ​ທານ ແລະ ສະ​ເໜີ​ບົດ​ກ່າວ​ຄຳ​ເຫັນ​ລວມ ກ່ຽວ​ກັບ​ການ​ຊັກ​ວັກ​ຊິນ ແລະ ເຂົ້າ​ເຖິງວັກ​ຊິນ ສຳ​ລັບ 42 ປະ​ເທດ​ຮ່ວມ​ອຸ​ປະ​ຖຳ. ຫວຽດ​ນາມ ກໍ່​ເປັນ​​ປະ​ທານ​ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ “ຊຸກ​ຍູ້​ສິດ​ສຸ​ຂະ​ພາບ​ຂອງ​ຜູ້​ອາ​ຍຸ​ສູງ, ມຸ່ງ​ໄປ​ເຖິງ​ຂອບ​ເຂດ​ຮອບ​ດ້ານ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ຊົມ​ໃຊ້​ສິດ​ທິ​ມະ​ນຸດ​ຂອງ​ຜູ້​ອາ​ຍຸ​ສູງ”, ດ້ວຍ​ການ​ອຸ​ປະ​ຖຳ​ຂອງ ຟີ​ລິບ​ປິນ ແລະ ສະ​ໂລ​ເວເນຍ. ຫວຽດ​ນາມ ເຂົ້າ​ຮ່ວມ​​ເປັນ​ປ​ະ​ທານ​ຮ່ວມ 2 ເຫດ​ການ ຢູ່ນອກກອງ​ປະ​ຊຸມ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ໃນ​ການ​ປ້ອງ​ກັນ, ຕ້​ານ​ການ​ຄ້າ​ມະ​ນຸດ ໃນ​ສະ​ພາບ​ການ​ສໍ້​ໂກງຫລອກ​ລ​ວງ​ອອນ​ໄລ ແລະ ກ່ຽວ​ກັບ​ການ​ຕີ​ລາ​ຄາ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຜົນ​ສຳ​ເລັດ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຂອງ ອາ​ຊຽນ (AICHR).

ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ຢູ່​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຊຸດ​ທີ 63 ສືບ​ຕໍ່​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ ແລະ ລັດ ຫວຽດ​ນາມ ກ່ຽວ​ກັບ​ການ​ເຄົາ​ລົບ​ນັບ​ຖື, ຮັບ​ປະ​ກັນ, ປົກ​ປ້ອງ​ສິດ​ທ​ິ​ມະ​ນຸດ, ສິດທິ​ພົນ​ລະ​ເມືອງ; ຖື​ມະ​ນຸດເປັນ​ໃຈ​ກາງ, ເປັນ​ເຈົ້າ​ຂອງ, ເປົ້າ​ໝາຍ ແລະ ກ​ຳ​ລັງ​ໜູນ​ຂອງວິ​ວັດ​ການ​ພັດ​ທະ​ນາ; ຖື​ຄວາມ​ຜາ​ສຸກ ແລະ ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ​ແມ່ນ​ໄມ້ຫຼາ​ວັດ​ແທກ ແລະ ເປົ້າ​ໝາຍ​ສູ້ຊົນ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top