ສູນກາງກໍ່ຮັບຮອງເອົາຂໍ້ກຳນົດກ່ຽວກັບສະມາຊິກພັກເຂົ້າຮ່ວມການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ, ສົ່ງເສີມເຮັດຮັ່ງມີທີ່ຊອບທຳ ຕິດພັນກັບການຮັກສານແທດແທ້ຂອງພັກ, ກໍ່ສ້າງພັກໃນເຂດນອກລັດ.
ພິທີປິດກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ 14. (ພາບ: VNA)
ຕອນບ່າຍວັນທີ 8 ຕຸລາ, ຢູ່າສຳນັກງານສູນກາງພັກທີ່ ຮ່າໂນ້ຍ, ໄດ້ອັດກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ພາຍຫຼັງໄດ້ເຮັດວຽກມາເປັນເວລາ 4 ວັນ (ແຕ່ວັນທີ 5-8 ຕຸລາ). ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໄດ້ກ່າວຄຳເຫັນເນັ້ນນັກຫຼາຍບັນຫາສຳຄັນທີ່ສູນກາງໄດ້ຮັບຮອງເອົາ. ຕາມທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ, ກອງປະຊຸມຄັ້ງນີ້ ໄດ້ຫັນເປັນລະອຽດບາດກ້າວສຳຄັນ ມະຕິກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກ, ຕິດພັນການກໍ່ສ້າງພັກ ກັບການບໍລິຫານແຫ່ງຊາດ ແລະ ພັດທະນາປະເທດຊາດ. ບັນດາລັດຖະນະໂຍລາຍເພື່ອແນໃສ່ຍົກສູງຄວາມສາມາດນຳພາ, ປະຕິບັດ, ເຕົ້າໂຮມກຳລັງທົ່ວບວງຊົນທັງຊາດ.
ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ເນັ້ນໜັກ 5 ໝາກຜົນຕົ້ນຕໍຂອງກອງປະຊຸມ. ສູນກາງໄດ້ເປັນເອກະພາບກຳນົດທິດຄົ້ນຄ້ວາບັນດາບັນຫາພື້ນຖານຂອງພັກ ແລະ ເສັ້ນທາງພັດທະນາຍາວນານຂອງປະເທດຊາດ. ສູນກາງໄດ້ຮັບຮອງເອົາບັນດາໂຄງການສະຫລຸບ 100 ປີພັກນຳພາການປະຕິວັດ ຫວຽດນາມ, ກຳນົດທິດຊີ້ນຳພັດທະນາປະເທດຊາດໃນ 100 ປີຕໍ່ໄປ; ສະຫລຸບ 40 ປີປະຕະບັດໂຄງການກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານຂຶ້ນລັດທິສັງຄົມນິຍົມ, ຄົ້ນຄ້ວາປັບປຸງກົດລະບຽບພັກ. ນີ້ແມ່ນພື້ນຖານເພື່ອສະຫລຸບພຶດຕິກຳຕົວຈິງ, ພັດທະນາສທິດສະດີ ແລະ ສຳເລັດພື້ນຖານອົງການຈັດຕັ້ງຂອງພັກ.
ສູນກາງກໍ່ຮັບຮອງເອົາຂໍ້ກຳນົດກ່ຽວກັບສະມາຊິກພັກເຂົ້າຮ່ວມການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ, ສົ່ງເສີມເຮັດຮັ່ງມີທີ່ຊອບທຳ ຕິດພັນກັບການຮັກສານແທດແທ້ຂອງພັກ, ກໍ່ສ້າງພັກໃນເຂດນອກລັດ.
ຕາມທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ, ບັນດາລັດຖະນະໂຍບາຍຂອງກອງປະຊຸມຕ້ອງໄດ້ປະຕິບັດຢ່າງຄົບຊຸດ, ຕິດພັນການກໍ່ສ້າງພັກກັບການພັດທະນາປະເທດຊາດ. ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ສະເໜີຜັນຂະຫຍາຍ 3 ໜ້າທີ່: ຫັນເປັນລະອຽດຢ່າງຄົບຖ້ວນ, ຫັນເປັນລະບອບລະບຽບການຢ່າງທັນການບັນດານະໂຍບາຍຊີ້ຂາດຂອງກອງປະຊຸມ: ສຳລັດສູງສຸດໜ້າທີ່ປີ 2026, ສ້າງພື້ນຖານເພື່ອໃຫ້ປີ 2027 ບຸກທະລຸ, ເພີ່ມທະວີການກວດກາ, ຕິດຕາມກວດກາການປະຕິບັດ ແລະ ເສີມຂະຫຍາຍບົດບາດຂອງ ປຊຊ.
(ແຫຼ່ງຄັດຈາກ VOV)