ການຢ້ຽມຢາມໄດ້ດຳເນີນເວລາທີ່ ລາວພວມຜັນຂະຫຍາຍ ບັນດາໜ້າທີ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ບູລະນະກົງຈັກການນຳອາຍຸການ 2026 – 2031 ໃຫ້ສົມບູນແບບ, ພ້ອມທັງຊຸກຍູ້ການປະຕິຮູບ, ເສດຖະກິດມະຫາພາກເປັນປົກກະຕິ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ໄດ້ເດີນທາງມາຢ້ຽມຢາມ ສປປ.ລາວຢ່າງເປັນທາງການແຕ່ວັນທີ 8 – 9 ຕຸລາ. ການຢ້ຽມຢາມສືບຕໍ່ຢັ້ງຢືນ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ.
ການຢ້ຽມຢາມໄດ້ດຳເນີນເວລາທີ່ ລາວພວມຜັນຂະຫຍາຍ ບັນດາໜ້າທີ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ບູລະນະກົງຈັກການນຳອາຍຸການ 2026 – 2031 ໃຫ້ສົມບູນແບບ, ພ້ອມທັງຊຸກຍູ້ການປະຕິຮູບ, ເສດຖະກິດມະຫາພາກເປັນປົກກະຕິ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ.
ໃນສະພາບການນັ້ນ, ການຢ້ຽມຢາມໄດ້ສົ່ງສານກ່ຽວກັບການຮ່ວມເດີນທາງ, ສະໜັບສະໜູນ ແລະ ແບ່ງປັນ ຂອງ ຫວຽດນາມ ກັບລາວ ໃນການຮັບປະກັນສະຖຽນລະພາບ ແລະ ການພັດທະນາ. ພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການເພີ່ມພູນຄູນສ້າງ ຜ່ານບັນດາການພົບປະຂັ້ນສູງ ແລະ ບັນດາກອງປະຊຸມຄະນະກຳມະກຳຮ່ວມມື ທະວີພາຄີ ຫວຽດນາມ - ລາວ ສືບຕໍ່ສ້າງກຳລັງໜູນໃຫ້ການພົວພັນສອງປະເທດ.
ການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຍັງແມ່ນໂອກາດເພື່ອໃຫ້ການນຳສອງປະເທດແບ່ງປັນວິໄສທັດ ແລະ ທິດທາງ ຕໍ່ບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຄວາມເຫັນດີເຫັນພ້ອມ ແລະ ການປະສານສົມທົບລະຫວ່າງ ຫວຽດນາມ ແລະ ລາວຢູ່ບັນດາເວທີປາໄສຫຼາຍຝ່າຍຄື ອາຊຽນ, ສະຫະປະຊາຊາດ ແລະ ບັນດາຂອບເຂດການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ ໄດ້ສວມບົດບາດສຳຄັນໃນການປັບປຸງຈິດໃຈສາມັກຄີພາຍໃນກຸ່ມ, ຮັບປະກັນສຽງເວົ້າລວມ ແລະ ການປົກປັກຮັກສາສັນຕິພາບ, ສະຖຽນລະພາບຂອງທົ່ວພາກພື້ນ.