ຂ່າວສານ
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ກຳນົດການພົວພັນກັບ ກຳປູເຈຍ ແລະ ລາວແມ່ນບຸລິມະສິດແຖວໜ້າ
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ກຳນົດການພົວພັນກັບ ກຳປູເຈຍ ແລະ ລາວແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນຄືດັ່ງກ່າວ, ໃນການຮັບປະທານອາຫານເຊົ້າເພື່ອພົບປະເຮັດວຽກ ກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ Hun Sen, ໃນຕອນເຊົ້າວັນທີ 16 ພະຈິກ, ໃນຂອບເຂດເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX ຢູ່ພະນົມເປັນ, ກຳປູເຈຍ.
ແລກປ່ຽນ, ແບ່ງປັນກ່ຽວກັບບັນດາບາດກ້າວພັດທະນາໃໝ່ຂອງແຕ່ລະພັກ, ແຕ່ລະປະເທດ ແລະ ທິດທາງຮ່ວມມືໃນໄລຍະຈະມາເຖິງ, ການນຳສາມທ່ານເນັ້ນໜັກເຖິງລະດັບຄວາມສຳຄັນຂອງການເພີ່ມທະວີການເຊື່ອມຕໍ່ລະຫວ່າງສາມພື້ນຖານເສດຖະກິດ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ເຊື່ອມຕໍໍ່ທ່າກຳປັ່ນ, logistics, ພະລັງງານ ແລະ ການຄ້າເຂດຊາຍແດນ. ການນຳສາມທ່ານເປັນເອກະພາບສືບຕໍ່ຖືການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສາມປະເທດ, ເພີ່ມທະວີການປະສານສົມທົບລະຫວ່າງກຳລັງປະກອບອາວຸດ ແລະ ບັນດາອົງການມີໜ້າທີ່ຄວາມຮັບຜິດຊອບໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ປ້ອງກັນຕ້ານອາດຊະຍາກຳຂ້າມຊາດ; ຮັກສາ ແລະ ເສີມຂະຫຍາຍ ກົນໄກຊ້ອມຮົບຮ່ວມຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ຢ່າງມີປະສິດທິຜົນ, ເປີດກວ້າງການພົບປະແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງການເມືອງ ສັງຄົມ, ທ້ອງຖິ່ນ ແລະ ລຸ້ນໜຸ່ມສາມປະເທດ, ປະກອບສ່ວນປັບປຸງພື້ນຖານສັງຄົມໃຫ້ແກ່ການພົວພັນຮ່ວມມືຍາວນານ.






