ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ, ກຳ​ນົດ​ການ​ພົວ​ພັນ​ກັບ ກຳ​ປູ​ເຈຍ ແລະ ລາວ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ

ການ​ນຳ​ສາ​ມ​ທ່ານ​ເນັ້ນ​ໜັກ​ເຖິງ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສາມ​ພື້ນ​ຖານ​ເສດ​ຖະ​ກິດ, ພິ​ເສດ​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ເຊື່ອມ​ຕໍ​ໍ່​ທ່າ​ກຳ​ປັ່ນ, logistics, ພະ​ລັງ​ງານ ແລະ ການ​ຄ້າ​ເຂດ​ຊາຍ​ແດນ.
    ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ, ທ່ານ​​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ທ່າ​ນ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Hun Sen (ພາບ: VNA)

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ, ກຳ​ນົດ​ການ​ພົວ​ພັນ​ກັບ ກຳ​ປູ​ເຈຍ ແລະ ລາວ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢັ້ງ​ຢືນ​ຄື​ດັ່ງ​ກ່າວ, ໃນ​ການຮັ​ບ​ປະ​ທານ​ອາ​ຫານ​ເຊົ້າ​ເພື່ອ​ພົບ​ປະເຮັດ​ວຽກ ກັບ​ທ່ານ​​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ທ່າ​ນ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Hun Sen, ໃນ​ຕອນ​ເຊົ້າ​ວັນ​ທີ 16 ພະ​ຈິກ, ໃນ​ຂອບ​ເຂດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ໂກ​ໂຟ​ນີ ຄັ້ງ​ທີ XX ຢູ່​ພະ​ນົມ​ເປັນ, ກຳ​ປູ​ເຈຍ.

ແລກ​ປ່ຽນ, ແບ່ງ​ປັນ​ກ່ຽວ​ກັບ​ບັນ​ດາບ​າດ​ກ້າວ​ພັດ​ທະ​ນາ​ໃໝ່​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ ແລະ ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ນຳ​ສາ​ມ​ທ່ານ​ເນັ້ນ​ໜັກ​ເຖິງ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສາມ​ພື້ນ​ຖານ​ເສດ​ຖະ​ກິດ, ພິ​ເສດ​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ເຊື່ອມ​ຕໍ​ໍ່​ທ່າ​ກຳ​ປັ່ນ, logistics, ພະ​ລັງ​ງານ ແລະ ການ​ຄ້າ​ເຂດ​ຊາຍ​ແດນ. ການ​ນຳ​ສາມ​ທ່ານ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຖື​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ສາມ​ປະ​ເທດ, ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ປົກ​ປັກ​ຮັກ​ສາ​ຄວາມ​ໝັ້​ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ເຂດ​ຊາຍ​ແດນ, ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ; ຮັກ​ສາ ແລະ ເສີມ​ຂະ​ຫຍາຍ ກົນ​ໄກ​ຊ້ອມ​ຮົບ​ຮ່ວມ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປີດກວ້າງ​ການ​ພົບ​ປະ​ແລ​ກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ ສັງ​ຄົມ, ທ້ອງ​ຖິ່ນ ແລະ ລຸ້ນ​ໜຸ່ມ​ສາມ​ປະ​ເທດ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານສັງ​ຄົມ​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ຍາວ​ນານ.


top