• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ອາ​ຊຽນ ຟື້ນ​ຟູ​ສັນ​ຕິ​ພາບ​ໃຫ້​ແກ່ ກຳ​ປູ​ເຈຍ ແລະ ໄທ​ໂດຍ​ໄວ

ກອງປະຊຸມໄດ້ອອກຖະແຫຼງການປະທານອາຊຽນ ໃນນັ້ນຮັບຮູ້ກຳປູເຈຍ ແລະ ໄທ ໄດ້ເຊື່ອມຕໍ່ການປຶກສາຫາລືກ່ຽວກັບການຢຸດຍິງ ແລະ ຈະຈັດກອງປະຊຸມຄະນະກຳມະການຊາຍແດນໃນວັນທີ 24 ທັນວາ.
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ (ພາບ: ຄະນະເລຂາອາຊຽນ)

ກ່ວາຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ພິເສດກ່ຽວກັບສະພາບການໃນປັດຈຸບັນ ລະຫວ່າງກຳປູເຈຍ ແລະ ໄທທີ່ດຳເນີນໃນວັນທີ 22 ທັນວາຢູ່ Kuala Lumpur, ມາເລເຊຍ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ແບ່ງປັນວ່າ ຫວຽດນາມ ຮູ້ສຶກວິຕົກກັງວົນທີ່ສຸດຕໍ່ສະພາບການ ແລະ ບັນດາການກະທົບຫຍໍ້ທໍ້ບໍ່ພຽງແຕ່ສຳລັບການພົວພັນລະຫວ່າງສອງປະເທດ, ປະຊາຊົນ ກຳປູເຈຍ ແລະ ໄທ, ທ່ານເນັ້ນໜັກວ່າ ຫວຽດນາມ ຮຽກຮ້ອງໃຫ້ສອງຝ່າຍຈົ່ງລະງັບໃຈຢ່າງສຸດຂີດ, ບໍ່ນຳໃຊ້ກຳລັງອາວຸດ, ປະຕິບັດບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ຢ່າງຄົບຖ້ວນ ແລະ ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ກົດບັດ ສປຊ, ກົດບັດ ອາຊຽນ ແລະ ສົນທິສັນຍາເປັນມິດ ແລະ ຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC), ທ່ານສະແດງຄວາມປາດຖະໜາວ່າສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງຢຸດຍິງໂດຍໄວ. ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍຢ່າງຕັ້ງໜ້າ ແລະ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ ເພື່ອຊຸກຍູ້ບັນດາຂໍ້ລິເລີ່ມ ແລະ ວິທີເຂົ້າເຖິງທີ່ເໝາະສົມໃນອາຊຽນ, ໃນນັ້ນມີການເສີມຂະຫຍາຍບົດບາດຂອງບັນດາກົນໄກເປັນກາງໄກ່ເກ່ຍ ທີ່ອາຊຽນຍັງມີຢູ່ແລ້ວ, ຊ່ວຍກຳປູເຈຍ ແລະ ໄທຟື້ນຟູສັນຕິພາບ, ເຮັດໃຫ້ການພົວພັນເປັນປົກກະຕິໂດຍໄວ. ກອງປະຊຸມໄດ້ອອກຖະແຫຼງການປະທານອາຊຽນ ໃນນັ້ນຮັບຮູ້ກຳປູເຈຍ ແລະ ໄທ ໄດ້ເຊື່ອມຕໍ່ການປຶກສາຫາລືກ່ຽວກັບການຢຸດຍິງ ແລະ ຈະຈັດກອງປະຊຸມຄະນະກຳມະການຊາຍແດນໃນວັນທີ 24 ທັນວາ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top