• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມວັນບຸນວັດທະນະທຳ ແລະ ອາຫານການກິນ ອາຊີ ຢູ່ ອີຢິບ

ວັນທີ 17 ພະຈິກ, ສະມາຄົມພັນລະຍານັກການທູດ ອາຊີ ຢູ່ນະຄອນຫລວງ Cairo, ປະເທດ ອີຢິບ ໄດ້ຈັດຕັ້ງວັນບຸນວັດທະນະທຳອາຫານການກິນ ແລະ ເຄື່ອງສິລະປະຫັດຖະກຳ ອາຊີ. 

ຫວຽດນາມ ເຂົ້າຮ່ວມວັນບຸນວັດທະນະທຳ ແລະ ອາຫານການກິນ ອາຊີ ຢູ່ ອີຢິບ

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງບັນດາພັນລະຍານັກການທູດ ອາຊີ ຢູ່ Cairo ແນໃສ່ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ, ຊຸກຍູ້ນ້ຳໃຈສາມັກຄີລະຫວ່າງບັນດາປະເທດກໍ່ຄືສ້າງຕັ້ງກອງທຶນການກຸສົນຢູ່ ອີຢິບ.

       ວັນບຸນວັດທະນະທຳປີນີ້ ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ ແລະ ຈັບອົກຈັບໃຈດ້ວຍບັນດາລາຍການສະແດງຟ້ອນລຳທຳເພງ ແລະ ມີຮ້ານວາງສະແດງຂາຍອາຫານການກິນ, ເຄື່ອງສິລະປະຫັດຖະກຳປະມານ 100 ຮ້ານ.

       ຮ້ານວາງສະແດງຂອງສະຖານທູດ ຫວຽດນາມ ພົ້ນເດັ່ນດ້ວຍບັນດາຊຸດເສື້ອຍາວພື້ນເມືອງ, ບັນດາປະເພດສິນຄ້າເຄື່ອງສິລະປະຫັດຖະກຳ, ບັນດາເຍື່ອງອາຫານ ຫວຽດນາມ ມີແຂກທ່ອງທ່ຽວສາກົນເຂົ້າຢ້ຽມຊົມເປັນຈຳນວນຫລວງຫລາຍ.

(ແຫຼ່ງຄັດຈາກ VOV)


3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

ການຢ້ຽມຢາມ ຫວຽດນາມທາງລັດຖະກິດໃນລະຫວ່າງວັນທີ 12 – 13 ທັນວາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ ຈະນຳມາເຊິ່ງຖານະບົດບາດໃໝ່, ລະດັບໃໝ່ໃນການພົວພັນສອງຝ່າຍ ຫວຽດນາມ - ຈີນ.

Top