ຂ່າວສານ

ຫວຽດນາມ ເຂົ້າຮ່ວມວັນບຸນວັດທະນະທຳ ແລະ ອາຫານການກິນ ອາຊີ ຢູ່ ອີຢິບ

ວັນທີ 17 ພະຈິກ, ສະມາຄົມພັນລະຍານັກການທູດ ອາຊີ ຢູ່ນະຄອນຫລວງ Cairo, ປະເທດ ອີຢິບ ໄດ້ຈັດຕັ້ງວັນບຸນວັດທະນະທຳອາຫານການກິນ ແລະ ເຄື່ອງສິລະປະຫັດຖະກຳ ອາຊີ. 

ຫວຽດນາມ ເຂົ້າຮ່ວມວັນບຸນວັດທະນະທຳ ແລະ ອາຫານການກິນ ອາຊີ ຢູ່ ອີຢິບ

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງບັນດາພັນລະຍານັກການທູດ ອາຊີ ຢູ່ Cairo ແນໃສ່ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ, ຊຸກຍູ້ນ້ຳໃຈສາມັກຄີລະຫວ່າງບັນດາປະເທດກໍ່ຄືສ້າງຕັ້ງກອງທຶນການກຸສົນຢູ່ ອີຢິບ.

       ວັນບຸນວັດທະນະທຳປີນີ້ ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ ແລະ ຈັບອົກຈັບໃຈດ້ວຍບັນດາລາຍການສະແດງຟ້ອນລຳທຳເພງ ແລະ ມີຮ້ານວາງສະແດງຂາຍອາຫານການກິນ, ເຄື່ອງສິລະປະຫັດຖະກຳປະມານ 100 ຮ້ານ.

       ຮ້ານວາງສະແດງຂອງສະຖານທູດ ຫວຽດນາມ ພົ້ນເດັ່ນດ້ວຍບັນດາຊຸດເສື້ອຍາວພື້ນເມືອງ, ບັນດາປະເພດສິນຄ້າເຄື່ອງສິລະປະຫັດຖະກຳ, ບັນດາເຍື່ອງອາຫານ ຫວຽດນາມ ມີແຂກທ່ອງທ່ຽວສາກົນເຂົ້າຢ້ຽມຊົມເປັນຈຳນວນຫລວງຫລາຍ.

(ແຫຼ່ງຄັດຈາກ VOV)



top