ວັນທີ 21 ຕຸລາ, ກອງປະຊຸມລັດຖະມົນຕີຄັ້ງທີ 16 ຂອງອົງການສະຫະປະຊາຊາດກ່ຽວກັບດ້ານການຄ້າ ແລະ ພັດທະນາ (UNCTAD 16) ສືບຕໍ່ຈັດຂຶ້ນດ້ວຍບັນດາວາລະປຶກສາຫາລືລວມກ່ຽວກັບຫົວຂໍ້ “ກຳນົດທິດອະນາຄົດ: ຊຸກຍູ້ການຫັນປ່ຽນເສດຖະກິດ ມຸ່ງໄປເຖິງການພັດທະນາຢ່າງສະເໝີພາບ, ກວມລວມ ແລະ ຍືນຍົງ”.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ… ທ່ານສະເໜີ 3 ຂໍ້ສະເໜີແນະດ້ານນະໂຍບາຍ, ລວມມີ, ເພີ່ມທະວີການຮ່ວມມື ແລະ ການປະຕິຮູບຢ່າງແຮງບັນດາລະບອບລະບຽບການທົ່ວໂລກກ່ຽວກັບດ້ານການຄ້າ ແລະ ການເງິນຕາມທິດເປີດ, ຍຸຕິທຳ ແລະ ຮັບມືກັບບັນດາການປ່ຽນແງ; ຍົກສູງກຳລັງຄວາມສາມາດເຂັ້ມແຂງດ້ວຍຕົນເອງໃຫ້ແກ່ບັນດາປະເທດພວມພັດທະນາ ຜ່ານການໜູນຊ່ວຍດ້ານການເງິນ, ເຕັກໂນໂລຊີ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເປີດກວ້າງການເຂົ້າຮ່ວມຂອງວິສາຫະກິດຂະໜາດໜ້ອຍ ແລະ ກາງໃນລະບົບມູນຄ່າທົ່ວໂລກ; ຊຸກຍູ້ການຫັນປ່ຽນຄູ່, ຖືເສດຖະກິດສີຂຽວ ແລະ ເສດຖະກິດດີຈີຕອນເປັນຈຸດສຸມ, ຖືການຄ້າ ແລະ ການລົງທຶນແມ່ນກຳລັງໜູນຊຸກຍູ້ການຫຼຸດຜ່ອນອາຍພິດ, ເສດຖະກິດໝູນວຽນ ແລະ ນະວັດຕະກຳ.