• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມອບເຂົ້າສານ 1 ພັນໂຕນ ເພື່ອຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງສະຫວັນນະເຂດ

      ຝ່າຍລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນຫວຽດ ນາມ ທີ່ເຫັນໄດ້ຄວາມສຳຄັນ ໃຫ້ການຊ່ວຍເຫລືອໃນຄັ້ງນີ້.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ (ພາບ: KPL)
      ຂປລ. ໃນວັນທີ 13 ພະຈິກ 2020 ຢູ່ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບ ເຂົ້າສານ ຈຳນວນ 1 ພັນໂຕນ ແບບທາງໄກ ຈາກ ລັດຖະບານຫວຽດນາມ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍ ເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ ແຂວງສະຫວັນນະເຂດ ໂດຍການເປັນສັກ ຂີພິຍານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.
            ໃນພິທີມອບ-ຮັບ ດັ່ງກ່າວ, ຕາງໜ້າມອບໂດຍ ທ່ານ ຫງວຽນ ກັວກ ຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກ່າວຮັບໂດຍ ທ່ານ ຈັນທະພອນ ຄຳມະນີຈັນ ອຸປະທູດຊົ່ວຄາວ, ສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ.
            ໃນໂອກາດດັ່ງກ່າວ, ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ມີຄຳເຫັນ ໂດຍໄດ້ຕີລາ ຄາສູງຕໍ່ການຊ່ວຍເຫລືອ ອັນມີຄຸນຄ່າໃນຄັ້ງນີ້, ເຊິ່ງເປັນການສະແດງ ໃຫ້ເຫັນເຖິງ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ເວລາໃດ ກໍ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫລ່ກັນ, ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍ່ບິແບ່ງປັ່ນກັນ.
            ໃນຕອນທ້າຍ ຝ່າຍລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນຫວຽດ ນາມ ທີ່ເຫັນໄດ້ຄວາມສຳຄັນ ໃຫ້ການຊ່ວຍເຫລືອໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະນຳເອົາ ເຂົ້າສານ ຈຳນວນດັ່ງກ່າວ, ໄປມອບໃຫ້ປະຊາຊົນ ແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກ ໄພທຳມະຊາດໃນຄັ້ງນີ້ ໃຫ້ທົ່ວເຖິງ ແລະ ທັນການ.
(ແຫຼ່ງຄັດຈາກ VOV)

ໄຂ​ງານ​ບຸນ ດອກ​ບານ ດ້ຽ​ນ​ບຽນ ປີ 2025

ໄຂ​ງານ​ບຸນ ດອກ​ບານ ດ້ຽ​ນ​ບຽນ ປີ 2025

ພິທີໄຂໄດ້ເລີ່ມຂຶ້ນດ້ວຍລາຍການສະແດງສິລະປະ ທີ່ແກ່ຍາວເປັນເວລາ 90 ນາທີ, ປະສົມປະສານຢ່າງກົມກ່ຽວລະຫວ່າງລັກສະນະປະເພນີກັບທັນສະໄໝ, ສະແດງໃຫ້ເຫັນຈຸດວັດທະນະທຳ ແລະ ຈິດໃຈບໍ່ຍອມຈຳນົນຂອງຊາວ ດ້ຽນບຽນ.

Top