
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໋ຢຸງ
(ພາບປະກອບ: TTXVN)
ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໋ຢຸງ ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ກ່ຽວກັບແງ່ຫວັງດ້ານເສດຖະກິດຫວຽດນາມ ໃນປີ 2018.
ຕາມທ່ານລັດຖະມົນຕີແລ້ວ, ປີ 2018, ໃນສະພາບທີ່ສາກົນຈະມີການຜັນແປຫຼາຍຢ່າງທີ່ສັບສົນ, ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ອັນໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງພື້ນຖານເສດຖະກິດຫວຽດນາໝ. ແຕ່ເຖິງຢ່າງໃດກໍ່ຕາມ, ພ້ອມກັບບັນດາສິ່ງທ້າທາຍນັ້ນ, ກາລະໂອກາດອັນໃຫຍ່ຫຼວງແມ່ນທ່າສະດວກຂອງພື້ນຖານເສດຖະກິດປີ 2017 ຈະສືບຕໍ່ໃນປີ 2018 ແລະ ໃນຊຸມປີຕໍ່ໆໄປ. ນີ້ແມ່ນໝາກຜົນຂອງວິວັດການປະຕິຮູບ, ຂອງບັນດາແຜນນະໂຍບາຍ, ນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດ ເຊິ່ງໄດ້ຮັບການປະຕິບັດມາເປັນເວລາຫຼາຍປີແລ້ວ ແລະ ພວມກ້າວເຂົ້າສູ່ຊີວິດຕົວຈິງ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ.ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໋ຢຸງ ຖືວ່າ, ເພື່ອປະຕິບັດໄດ້ບັນດາໜ້າທີ່, ມາດຕະການແກ້ໄຂເຊິ່ງລັດຖະບານ ແລະ ນາຍົກລັດຖະມົນຕີໄດ້ວາງອອກນັ້ນ, ຄວນສຸມໃສ່ເຂົ້າໃນບາງມາດຕະການແກ້ໄຂທີ່ສຳຄັນ. ນັ້ນແມ່ນ: ກຳແໜ້ນກາລະໂອກາດ ແລະ ສ້າງກາລະໂອກາດໃໝ່, ເປັນເຈົ້າການ, ມີໄຫວພິບ…
ໄປຄຽງຄູ່ກັນນັ້ນ, ແມ່ນຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດຢູ່ພາຍໃນປະເທດ ກັບວິສາຫະກິດຕ່າງປະເທດ, ໜູນຊ່ວຍ, ເພີ່ມເຕີ່ມໃຫ້ແກ່ກັນເພື່ອພ້ອມກັນພັດທະນາ. ນອກນັ້ນ, ຄວນສືບຕໍ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)