• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນອົດສະຕາລີໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຂອງນາຍົກລັດຖະມົນຕີຫງວຽນຊວນຟຸກ

ບັນດາໜັງສືພິມໃຫຍ່ຂອງອົດສະຕາລີ ສະບັບອອກວັນທີ 15 ແລະ 16 ມີນາ ໄດ້ພ້ອມກັນໃຫ້ຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີຫງວຽດນາມ ຫວຽນຊວນຟຸກ ແລະ ພິທີລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.
 


ສື່ມວນຊົນອົດສະຕາລີໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບ

ການຢ້ຽມຢາມຂອງນາຍົກລັດຖະມົນຕີຫງວຽນຊວນຟຸກ

(ພາບ: TTXVN)

 

ສຳນັກຂ່າວສານ SBS ໄດ້ສະຫງວນເວລາ 4 ນາທີເພື່ອໃຫ້ຂ່າວທາງວິທະຍຸ, ພ້ອມທັງໄດ້ລົງບົດຂຽນໃນສື່ເອເລກໂຕນິກອອນລາຍກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຊີ້ແຈ້ງຂໍ້ມູນຂ່າວກ່ຽວກັບເລື່ອງຫວຽດນາມ ແລະ ອົດສະຕາລີຈະລົງນາມໃນສັນຍາຄູ່ຮ່ວມມືຍຸດທະສາດ, ຍົກລະດັບການພົວພັນທາງການທູດລະຫວ່າງ 2 ປະເທດ.

        ສ່ວນກຸ່ມບໍລິສັດສື່ສານອົດສະຕາລີ ABC ແລະ ໜັງສືພິມປະຈຳອາທິດ “The Courier” ກໍ່ໄດ້ລົງພິມບົດຂຽນກ່ຽວກັບການຢ້ຽມຢາມອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ລາຍການເຈລະຈາ, ພິທີລົງນາມໃນເອກະສານລະຫວ່າງການນຳຂັ້ນສູງສຸດຂອງລັດຖະບານ 2 ປະເທດ.

        ຕາມເນື້ອໃນບັນດາບົດຂຽນແລ້ວ, ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງນາມໃນສັນຍາສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງລັດຖະບານສສ.ຫວຽດນາມ ແລະ ລັດຖະບານອົດສະຕາລີ, ຍົກລະດັບການພົວພັນລະຫວ່າງ 2 ປະເທດໃນບັນດາຂົງເຂດຄື: ການທະຫານ, ການຄ້າ, ການລົງທຶນພັດທະນາ ແລະ ການທ່ອງທ່ຽວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເປັນຂີດໝາຍ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງອົດສະຕາລີ ແລະ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top