• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ນຳການພົວພັນລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ ຂຶ້ນສູ່ລະດັບສູງໃໝ່

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ (18/07 /1977 – 18/07/2022), ຕອນບ່າຍວັນທີ 14/9, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ປີ 2022 ໂດຍມີການເຂົ້າຮ່ວມຂອງທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ແລະ ຜູ້ຕາງໜ້າຊາວໜຸ່ມ ຫວຽດນາມ ແລະ ລາວ.
  ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ບຸ່ຍກວາງຮຸຍ ກ່າວຄຳເຫັນທີ່ພິທີໄຂ  

 ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ບຸ່ຍກວາງຮຸຍ ຢືນຢັນວ່າ:

“ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຊາວໜຸ່ມ ແລະ ໄວໜຸ່ມສອງປະເທດ, ຫວຽດນາມ - ລາວ, ແລະ ເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມພັດທະນາສາຍພົວພັນນີ້ໃຫ້ຂຶ້ນສູ່ລະດັບສູງໃຫມ່. ໃນຊຸມປີມໍ່ໆມານີ້, ຄະນະຊາວໜຸ່ມ ແລະ ໄວໜຸ່ມ ຫວຽດນາມ ແລະ ລາວ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ ແລະ ການຮ່ວມມືໃນຫຼາຍຂົງເຂດດ້ວຍຮູບການທີ່ຫຼາກຫຼາຍ ແລະ ອຸດົມສົມບູນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມສອງປະເທດ.. ບັນດາຜົນງານດັ່ງກ່າວໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກການນຳພັກ ແລະ ລັດຂອງສອງປະເທດ.

ທາງຝ່າຍລາວ, ທ່ານເລຂາທິການ ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ມອນໄຊ ລາວມົວຊົ່ງ ຢືນຢັນວ່າ: ລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ແມ່ນໂອກາດເພື່ອໃຫ້ຊາວໜຸ່ມສອງປະເທດ. ຢືນຢັນຄວາມຕັດສິນໃຈ, ຄວາມຮັບຜິດຊອບ ແລະ ເສີມຂະຫຍາຍບົດບາດຂອງຊາວໜຸ່ມສອງປະເທດໃນການປະກອບສ່ວນປົກປັກຮັກສາ, ຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top