• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຫງວນ​ບຸ​ລິ​ມະ​ສິດຫຼາຍ​ທີ່​ສຸດ​ໃຫ້​ການ​ພົວ​ພັນ ຫວຽດ​ນາມ - ລາວ

ລາວຈະສືບຕໍ່ບັນລຸຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກ່ວາອີກ, ປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີຄັ້ງທີ IX ຢ່າງມີໄຊ, ມຸ່ງໄປເຖິງການຈັດຕັ້ງສຳເລັດກອງະຊຸມໃຫຍ່ທົ່ວປະເທດຂອງພັກຄັ້ງທີ XII.
ທ່ານປະທານປະເທດ ເລືອງເກືອງ ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍພັດທະນາທົ່ວໂລກ (P4G) ຢູ່ຮ່າໂນ້ຍ, ນັບແຕ່ວັນທີ 15 – 17 ເມສາ ປີ 2025.

ທ່ານປະທານປະເທດເຊື່ອໝັ້ນວ່າ ລາວຈະສືບຕໍ່ບັນລຸຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກ່ວາອີກ, ປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີຄັ້ງທີ IX ຢ່າງມີໄຊ, ມຸ່ງໄປເຖິງການຈັດຕັ້ງສຳເລັດກອງະຊຸມໃຫຍ່ທົ່ວປະເທດຂອງພັກຄັ້ງທີ XII. ທ່ານປະທານປະເທດ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ສັດຊື່ບໍລິສຸດຂອງພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດຢູ່ລະດັບສູງສຸດໃຫ້ແກ່ການພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ສ່ວນທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແບ່ງປັນບັນດາການເຄື່ອນໄຫວທີ່ຍິ່ງໃຫຍ່ຂອງລາວໃນປີ 2025, ໃນນັ້ນປາດຖະໜາຢາກຕ້ອນຮັບທ່ານປະທານປະເທດ ເລືອງເກືອງມາຢ້ຽມຢາມປະເທດລາວ, ສົມທົບກັບຫວຽດນາມ ຈັດບັນດາເຫດການເຊີດຊູຄວາມສາມັກຄີສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນ, ພ້ອມກັນພັດທະນາລະຫວ່າງ ຫວຽດນາມ ແລະ ລາວ.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top