• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ CPTPP ພິ​ຈາ​ລະ​ນາ​ໃບ​ຄຳ​ຮ້ອງ​ເຂົ້າ​ຮ່ວມ ຂອງ ອັງ​ກິດ

ລັດຖະມົນຕີບັນດາປະເທດໄດ້ຮັບຮອງເອົາຂໍ້ຕົກລົງຂອງ ສະພາ CPTPP ວ່າດ້ວຍການເລີ່ມປະຕິບັດວິວັດການເຈລະຈາ ເພື່ອເຂົ້າຮ່ວມສັນຍາ CPTPP ຂອງ ອັງກິດ ກໍຄື ຖະແຫຼງການຮ່ວມຂັ້ນລັດຖະມົນຕີຂອງ 11 ປະເທດສະມາຊິກ CPTPP ກ່ຽວກັບບັນຫານີ້.
ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ວັນທີ 2 ມິຖຸນາ, ກອງປະຊຸມ ສະພາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຄັ້ງທີ 4 ຖືກດຳເນີນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງຟື້ນຟູເສດຖະກິດ ຍີ່ປຸ່ນ Nishimura Yasutoshi ແລະ ມີການເຂົ້າຮ່ວມຂອງລັດຖະມົນຕີ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຂອງ 11 ປະເທດສະມາຊິກ ເພື່ອພິຈາລະນະໃບຄຳຮ້ອງຂໍເຂົ້າຮ່ວມ ສັນຍາ CPTPP ຂອງ ອັງກິດ. ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ.

ໃນວາລະປະຊຸມດັ່ງກ່າວ, ລັດຖະມົນຕີບັນດາປະເທດໄດ້ຮັບຮອງເອົາຂໍ້ຕົກລົງຂອງ ສະພາ CPTPP ວ່າດ້ວຍການເລີ່ມປະຕິບັດວິວັດການເຈລະຈາ ເພື່ອເຂົ້າຮ່ວມສັນຍາ CPTPP ຂອງ ອັງກິດ ກໍຄື ຖະແຫຼງການຮ່ວມຂັ້ນລັດຖະມົນຕີຂອງ 11 ປະເທດສະມາຊິກ CPTPP ກ່ຽວກັບບັນຫານີ້.

      ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບຫຼາຍຄຳຄິດຄຳເຫັນທີ່ມີປະໂຫຍດ, ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກບັນດາປະເທດ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top