• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາຕຳຫລວດປະຊາຊົນ

      ຕອນເຊົ້າວັນທີ 06 ກຸມພາ, ທີ່ຮ່າໂນ້ຍ, ກອງບັນຊາການກຳລັງພິທັກຮັກສາຈັດຕັ້ງພິທີພົບປະສັງສັນທີ່ເປັນມູນເຊື້ອ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາຕຳຫລວດປະຊາຊົນ (16/02/1953 – 16/02/2018).

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີ
ແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາຕຳຫລວດປະຊາຊົນ
    ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ກຳລັງພິທັກຮັກສາຕຳຫລວດປະຊາຊົນມີບົດບາດສຳຄັນພິເສດໃນແນວໂຮມປ້ອງກັນຄວາມສະຫງົບປອດໄພປະເທດຊາດ, ປ້ອງກັນພັກ, ລັດ, ປະຊາຊົນ ແລະ ລະບອບລັດທິສັງຄົມນິຍົມ.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ກຳລັງຕຳຫລວດປະຊາຊົນໃນບໍ່ວ່າສະພາບການໃດໆ ກໍ່ຕ້ອງຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມໃຫ້ໝັ້ນຄົງ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເງື່ອນໄຂສະດວກ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.
        ແລະກໍ່ໃນພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ປະດັບຫຼຽນໄຊປ້ອງກັນປະເທດຊາດຊັ້ນ 3 ໃຫ້ກຳລັງພິທັກຮັກສາຕຳຫລວດປະຊາຊົນ.  
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top