• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ)

      ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຫັນດີເປັນເອກະສັນວ່າ ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງທີ່ພວມປະກາດໃຊ້ແມ່ນຍັງມີຫຼາຍຈຸດອ່ອນ ແລະ ບົກຜ່ອງບັນຫາເຄັ່ງຮ້ອນ

 ວາລະປະຊຸມຂອງສະພາແຫ່ງຊາດ
      ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍສຳຄັນ, ສົ່ງຜົນກະທົບເຖິງຫຼາຍດ້ານ ການເມືອງ, ຊີວິດ, ສັງຄົມ.
        ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຫັນດີເປັນເອກະສັນວ່າ ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງທີ່ພວມປະກາດໃຊ້ແມ່ນຍັງມີຫຼາຍຈຸດອ່ອນ ແລະ ບົກຜ່ອງບັນຫາເຄັ່ງຮ້ອນ, ມີຊ່ອງຫວ່າງດັ່ງນັ້ນ ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ເພື່ອຍົກສູງປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນຈຳເປັນທີ່ສຸດ.    
        ສຳລັບເລື່ອງເປີດກ້ວາງຂອບເຂດການປັບປຸງຮ່າງກົດໝາຍ, ທ່ານ ເຈີ່ນເຕີດເທ້, ສສຊ ແຂວງ ຮ່ານາມ ປະກອບຄຳເຫັນວ່າ:
        “ຂ້າພະເຈົ້າເຫັນດີຕໍ່ເລື່ອງເປີດກ້ວາງຂອບຂະໜາດການປັບປຸງຮ່າງກົດຫມາຍ ອອກສູ່ຂົງເຂດນອກລັດ ຍ້ອນວ່າສະພາບການສໍ້ລາດບັງຫຼວງຢູ່ເຂດນອກລັດ ໄດ້ປະກົດຂຶ້ນ ແລະ ສັບສົນ, ຍາກທີ່ຈະຄວບຄຸມໄດ້. ເລື່ອງເປີດກ້ວາງຂອບຂະໜາດການປັບປຸງ ຮ່າງກົດໝາຍອອກສູ່ເຂດນອກລັດ ແມ່ນເໝາະສົມກັບທຳນຽມສາກົນ ເຊິ່ງ ລະອຽດ ແມ່ນສົນທິສັນຍາ ສປຊ ກ່ຽວກັບການປ້ອງກັນຕ້ານ ການສໍ້ລາດບັງຫຼວງ ເຊິ່ງ ຫວຽດນາມ ໄດ້ລົງນາມ. ໃນສົນທິສັນຍານີ້, ໄດ້ກຳນົດລະອຽດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນພາກເອກະຊົນ.”
        ສສຊ ຫຼາຍທ່ານຖືວ່າ ການກະທຳສໍ້ລາດບັງຫຼວງເຄີຍຜັນແປໃນເວລາຍາວ. ຊັບສິ່ງຂອງສ່ວນຫຼາຍຖືກບັນດາເປົ້າໝາຍສໍ້ລາດບັງຫຼວງໃຊ້ຈ່າຍ, ຟຸມເຟືອຍ, ຫັນປ່ຽນດ້ວຍຫຼາຍຮູບແບບ, ຍາກທີ່ຈະສາມາດຢຶດຄືນມາໄດ້. ເພື່ອແກ້ໄຂບັນດາຊັບສິນທີ່ມາຈາກການສໍໍ້ລາດບັງຫຼວງແນວໃດໃຫ້ມີປະສິດທິຜົນ, ທ່ານນາງ ຫງວຽນທິຖູຍ, ສສຊ ແຂວງ ບັກກ້ານ, ຖືວ່າ:
        “ຕ້ອງມີການປັບໄໝລົງໂທດນຳໃຊ້ໃນກໍລະນີທີ່ບໍ່ສາມາດອະທິບາຍແຫຼ່ງທີ່ມາຂອງຂອງຊັບສິນໄດ້, ເພື່ອກຳນົດຂອບເຂດ ແລະ ກຳນົດເປົ້າໝາຍເພື່ອເພີ່ມຄວາມສາມາດໃນການຢຶດຊັບສິນຄືນ. ການຢຶດຊັບສິນຕ້ອງໄດ້ດຳເນີນຜ່ານລະບຽບການນິຕິກຳ ຢ່າງເປີດເຜີຍ ແລະ ເຄັ່ງຄັດ. ຕ້ອງໃຫ້ສານອອກຄຳພິພາກສາ ຫາກບໍ່ແມ່ນຢຶດຄືນດ້ວຍມາດຕະການແກ້ໄຂດ້ານບໍລິຫານ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top