• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ແລະ ບຸນ​ກາ​ຣີ ​ສົມ​ທົບກັນ​ດຳ​ເນີນ​ທຸ​ລະ​ກິດ

ໃນຂອບເຂດການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ, ຕອນບ່າຍວັນທີ 23 ຕຸລາ, ຢູ່ນະຄອນຫຼວງ Sofia, ກະຊວງການເງິນ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ບຸນກາຣີ ໄດ້ສົມທົບກັບກະຊວງປ່ຽນແປງໃໝ່ ແລະ ພັດທະນາ ບຸນກາຣີ ຈັດເວທີປາໄສວິສາຫະກິດ ຫວຽດນາມ - ບຸນກາຣີ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານ Rumen Radev ປະທານາບໍດີ ບຸນກາຣີ ໄດ້ພ້ອມເຂົ້າຮ່ວມ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ຮຸງກາຣີ Rumen Radev ເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ເມື່ອກ່າວປາໄສໄຂເວທີປາໄສ, ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ຢັ້ງຢືນວ່າ ເລື່ອງ 2 ຝ່າຍຕົກລົງສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ບຸນກາຣີ - ຫວຽດນາມ ຈະແມ່ນພື້ນຖານສຳຄັນ ແລະ ໝັ້ນແກ່ນເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ 2 ປະເທດໃຫ້ສືບຕໍ່ພັດທະນາແບບຍືນຍົງໃນໄລຍະຈະມາເຖິງ. ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ປາດຖະໜາວ່າ ຈະໄດ້ຕ້ອນຮັບນັກສຶກສາ ຫວຽດນາມ ຈຳນວນຫຼາຍມາຮ່ຳຮຽນຢູ່ ບຸນກາຣີ, ເສີມຂະຫຍາຍມູນເຊື້ອການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ ແລະ ອອກແຮງງານ; ພ້ອມທັງເນັ້ນໜັກວ່າ ສອງຝ່າຍອາດຈະພ້ອມກັນຮ່ວມມື, ລົງທຶນ ແລະ ມີບັນດາຜະລິດຕະພັນລວມ. ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ສະເໜີໃຫ້ບັນດາວິສາຫະກິດ ບຸນກາຣີ ຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ໃນບັນດາຂົງເຂດຄື: ວິທະຍາສາດເຕັກໂນໂລຢີ, ກະສິກຳສະອາດ, ຜະລິດຕະພັນການຢາ, ການສຶກສາ, ພະລັງງານທົດແທນ ແລະ logistics ເອີຣົບ...

        ກ່າວຄຳເຫັນຕໍ່ໜ້າວິສາຫະກິດ 100 ແຫ່ງຂອງສອງປະເທດ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດສາມາດສົມທົບກັນດຳເນີນທຸລະກິດໜູນຊ່ວຍວິວັດທະນາການພັດທະນາເສດຖະກິດຂອງແຕ່ລະປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມປາດຖະໜາຢາກຮ່ວມມືຍາວນານກັບບັນດາວິສາຫະກິດ ບຸນກາຣີ.

        ໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕລິມ ແລະ ທ່ານປະທານາທິບໍດີ Rumen Radev  ໄດ້ເປັນສັກຂີພິຍານ ພິທີມອບ - ຮັບຂໍ້ຕົກລົງຮ່ວມມືຂອງ 2 ປະເທດໃນຂົງເຂດຕ່າງໆ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top