• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຢ່າງ​ເປັນ​ທາງ​ການ

ຕອນບ່າຍວັນທີ 24 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິກາໃຫຍ່ ສປຊ António Guterres ຢ່າງເປັນທາງການ.
ປະທານປະເທດ ເລືອງເກື່ອງ ເປັນປະທານພິທີຕ້ອນຮັບທ່ານ António Guterres ເລຂາທິການໃຫຍ່ ສປຊ ຢ່າງເປັນທາງການ (ພາບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ປະທານປະເທດ ເລືອງເກື່ອງ, ຕອນບ່າຍວັນທີ 24 ຕຸລາ, ທ່ານ António Guterres ເລຂາທິການໃຫຍ່ ສປຊ ມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ. ຕອນບ່າຍວັນທີ 24 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິກາໃຫຍ່ ສປຊ ຢ່າງເປັນທາງການ.

ການຢ້ຽມຢາມຫວຽດນາມ ຂອງທ່ານ António Guterres  ເລຂາທິການໃຫຍ່ ສປຊ ໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສປຊ (24/10/1945 - 24/10/2025) ແລະ ເນື່ອງໃນໂອກາດ 80 ປີແຫ່ງວັນຊາດ ຫວຽດນາມ (2/9/1945 - 2/9/2025). ນີ້ແມ່ນບັນດາເຫດການທີ່ມີຄວາມໝາຍສັນຍາລັກທີ່ເລິກເຊິ່ງ, ສ່ອງແສງວິວັດການພ້ອມກັນພັດທະນາຂອງທັງສອງຝ່າຍ, ພ້ອມກັນແບ່ງປັນບັນດາຄຸນຄ່າຫຼັກແຫຼ່ງກໍ່ຄືບັນດາຫຼັກການໄດ້, ພວມ ແລະ ຈະສືບຕໍ່ກຳນົດອະນາຄົດ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top