ສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ຫາກໍ່ເປີດຕົວແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ (VINASA Tech Map). ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ມີແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ, ຊ່ວຍໃຫ້ວິສາຫະກິດກຳນົດທີ່ຕັ້ງໃນຂົງເຂດການເຄື່ອນໄຫວ, ວາງອອກຍຸດທະສາດ, ແຜນການ ແລະ ການກຳນົດທິດການພັດທະນາ.
ພິທີປະກາດ ແລະ ເຊີດຊູ Top 10 ວິສາຫະກິດ ແລະ ແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ (ພາບ: VOV)
ແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ສ້າງຂຶ້ນໂດຍອີງຕາມວິທີວິພາກ Magic Quadrant ຂອງ Gartner, ດັບປັບໃຫ້ເໝາະສົມກັບສະພາບຕົວຈິງຂອງ ຫວຽດນາມ. ແຜນທີ່ກວມເອົາ 23 ຂົງເຂດ ໄດ້ແບ່ງເປັນ 5 ກຸ່ມ: ກຸ່ມທີ 1: ວິສາຫະກິດພັດທະນາເຕັກໂນໂຢລີ ແລະ ສະໜອງພື້ນຖານ, ກຸ່ມທີ 2: ວິສາຫະກິດສະໜອງວິທີການຄຸ້ມຄອງບໍລິຫານ, ກຸ່ມທີ 3: ວິສາຫະກິດສະໜອງວິທີການວິຊາສະເພາະ, ກຸ່ມທີ 4: ວິສາຫະກິດການບໍລິການດີຈີຕອນ, ກຸ່ມທີ 5: ວິສາຫະກິດ Startup ເຕັກໂນໂລຢີດີຈີຕອນ.
ບັນດາຂົງເຂດທີ່ເລືອກສ້າງ ແມ່ນຄົບຖ້ວນນັບແຕ່ພື້ນຖານໂຄງລ່າງດີຈີຕອນ, ບັນດາເຕັກໂນໂລຢີໃໝ່, ປັນຍາປະດິດ (AI), Blockchain ຕະຫຼອດຮອດບັນດາວິສາຫະກິດສະໜອງບັນດາຜະລິດຕະພັນ, ການບໍລິການດີຈີຕອນ ໃຫ້ແກ່ບັນດາຂະແໜງເສດຖະກິດຄື: ການຄ້າເອເລັກໂຕນິກ, logistics, ສາທາລະນະສຸກ ແລະ ກະສິກຳ. ທ່ານ ຫງວຽນວັນຄວາ, ປະທານສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ໃຫ້ຮູ້ວ່າ:
ແຜນທີ່ເຕັກໂນໂລຢີດີຈີຕອນຂອງ VINASA ໄດ້ສ້າງຂຶ້ນດ້ວຍວິທີວິພາກຕາມມາດຖານສາກົນ. ອີງຕາມລະບົບນີ້ 81 ວິສາຫະກິດດີເດັ່ນໄດ້ຮັບການເຊີດຊູ ໄດ້ແບ່ງປັນ 4 ກຸ່ມຍຸດທະສາດ: ກຸ່ມນຳໜ້າ, ກຸ່ມກຳລັງແທ້ຈິງ, ກຸ່ມຂຸດຄົ້ນ ແລະ ກຸ່ມທີ່ມີທ່າໄດ້ປຽບດ້ານວິຊາການ. ຈາກນັ້ນ, ກໍ່ຊ່ວຍໃຫ້ວິສາຫະກິດກຳນົດທີ່ຕັ້ງຂອງຕົນຢ່າງຊັດເຈນ, ຊ່ວຍໃຫ້ລູກຄ້າ ແລະ ນັກລົງທຶນສາມາດຊອກຮູ້, ປຽບທຽບ ແລະ ເລືອກຄູ່ຮ່ວມມືເຕັກໂນໂລຢີທີ່ຖືກຕ້ອງ.
ໂດຍເລີ່ມປະຕິບັດແຕ່ປີ 2025, ແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ໄດ້ໝູນໃຊ້ຮູບແບບຕີລາຄາຕາມສອງເສົາຫຼັກ: ວິໄສທັດ ແລະ ຄວາມສາມາດໃນການປະຕິບັດ. ວິໄສທັດສະແດງການກຳນົດທິດພັດທະນາ ແລະ ຄວາມສາມາດໃນການປ່ຽນແປງໃໝ່ໃນອະນາຄົດ, ລວມມີ: ຍຸດທະສາດພັດທະນາໄລຍະຍາວ, ຄວາມສາມາດນະວັດຕະກຳ, ຄວາມສາມາດເປີດກວ້າງຕະຫຼາດ ແລະ ຜົນກະທົບຕໍ່ຂະແໜງເຕັກໂນໂລຢີດີຈີຕອນ.
ໃນຂະນະນັ້ນ, ຄວາມສາມາດໃນການປະຕິບັດຕີລາຄາລະດັບການຜັນຂະຫຍາຍ ແລະ ໝູນໃຊ້ຜະລິດຕະພັນ, ການບໍລິການເຂົ້າໃນຕົວຈິງ ລວມມີ: ການເຕີບໂຕໃນການດຳເນີນທຸລະກິດ (ລາຍຮັບ, ອັດຕາສ່ວນໃນຕະຫຼາດ, ຈຳນວນລູກຄ້າ), ຄຸນນະພາບຜະລິດຕະພັນ, ການບໍລິການ, ກຳລັງຄວາມສາມາດໃນການຜັນຂະຫຍາຍ ແລະ ລະດັບເພິ່ງພໍໃຈຂອງລູກຄ້າ. ທ່ານ ເລິມກວາງນາມ, ຮອງປະທານສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ໃຫ້ຮູ້ວ່າ:
ເພື່ອສ້າງແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ, ພວກຂ້າພະເຈົ້າຕີລາຄາບັນດາຜະລິດຕະພັນຂອງວິສາຫະກິດຕາມສອງຖານແມ່ນ ວິໄສທັດ ແລະ ການປະຕິບັດ. ດ້ວຍແຕ່ລະຖານນີ້ ພວກຂ້າພະເຈົ້າຕີລາຄາຕາມ 5 ມາດຖານ, ຂໍ້ມູນແມ່ນເອົາຈາກເອກະສານສະໜອງ, ຈາກບັນດາຄຳຕອບສຳພາດຂອງບັນດາວິສາຫະກິດ, ມີຫຼາຍຄຳຖາມ ກໍ່ຄືການຖາມວິສາຫະກິດໂດຍກົງ. ສຸດທ້າຍບັນດານັກຊ່ຽວຊານຈະຕີລາຄາ, ໝາກຜົນວິສາຫະກິດ, ທ່າອ່ຽງຂອງຕະຫຼາດ.
ຜ່ານບັນດາມາດຖານນີ້, ແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ໄດ້ສະໜອງຂໍ້ມູນຮອບດ້ານກ່ຽວກັບລະບົບວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ, ຈັດແຍກຕາມຂົງເຂດ, ຂອບຂະໜາດ, ກຳລັງຄວາມສາມາດປ່ຽນແປງໃໝ່ ແລະ ກຳລັງບົ່ມຊ້ອນພັດທະນາ. ສຳລັບບັນດານັກລົງທຶນ ແລະ ຄູ່ຮ່ວມມືສາກົນ, ນີ້ກໍ່ແມ່ນພື້ນຖານເພື່ອເຂົ້າເຖິງບັນດາວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນຢູ່ ຫວຽດນາມ ໄດ້ໂດຍໄວ ແລະ ຊັດເຈນກວ່າ. ສຳລັບອົງການຄຸ້ມຄອງ ກໍ່ຈະມີຂໍ້ມູນດ້ານວິທະຍາສາດຕື່ມອີກ ເພື່ອວາງອອກແຜນນະໂຍບາຍໜູນຊ່ວຍ. ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໃຫ້ຮູ້ວ່າ:
VINASA ຈະສືບຕໍ່ເສີມຂະຫຍາຍບົດບາດເປັນສູນເຊື່ອມຕໍ່ ແລະ ນຳໜ້າໃນລະບົບນິເວດເຕັກໂນໂລຢີດີຈີຕອນ ຫວຽດນາມ, ເພື່ອກາຍເປັນຂົວເຊື່ອມຕໍ່ສຳຄັນລະຫວ່າງວິສາຫະກິດເຕັກໂນໂລຢີດີຈີຕອນ ກັບອົງການແຫ່ງລັດ. ເລື່ອງເປີດຕົວແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍ. ຫວຽດນາມ ໄດ້ກຳນົດພື້ນຖານພັດທະນາປະເທດຊາດ ແມ່ນວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ບັນດາວິສາຫະກິດ ຫວຽດນາມ ຕ້ອງນຳໜ້າໃນວິທະຍາສາດ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.
ແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດກຳນົດໄດ້ກຳລັງຄວາມສາມາດຂອງຕົນເທົ່ານັ້ນ ຫາກຍັງສ້າງພື້ນຖານເພື່ອເປີດກວ້າງການຮ່ວມມື, ດຶງດູດການລົງທຶນ ແລະ ເຂົ້າເຖິງບັນດາຕະຫຼາດໃໝ່, ໃນອະນາຄົດ, ແຜນທີ່ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ຈະໄດ້ຮັບການອັບເດດຢ່າງຕໍ່ເນື່ອງ, ສົມບູນກວ່າ, ສ່ອງແສງບັນດາວິສາຫະກິດທີ່ຂຶ້ນກັບຫຼາຍຂົງເຂດທີ່ແຕກຕ່າງກັນຢ່າງຄົບຖ້ວນ ແລະ ຮອບດ້ານກ່ວາ. ນີ້ຈະແມ່ນພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານໃຫ້ແກ່ຕະຫຼາດເຕັກໂນໂລຢີ ຫວຽດນາມ ເປີດ, ໂປ່ງໄສ ແລະ ອາດສາມາດຄາດຄະເນ, ວັດແທກໄດ້.