ພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ແມ່ນຂີດໝາຍປະຫວັດສາດ, ສ້າງພື້ນຖານໃຫ້ແກ່ການຮ່ວມມືທົ່ວໂລກ ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ສ້າງຕັ້ງກົນໄກການຮ່ວມມືຢ່າງຮອບດ້ານ
(ພິທີລົງນາມຈັດຂຶ້ນເປັນເວລາ 2 ວັນ, ແຕ່ວັນທີ 25 – 26 ຕຸລາ, ຢູ່ສູນປະຊຸມແຫ່ງຊາດ, ຮ່າໂນ້ຍ)
ຕອນເຊົ້າວັນທີ 25 ຕຸລາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເປັນປະທານພິທີລົງນາມສົນທິສັນຍາຂອງອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ດ້ວຍຫົວຂໍ້ “ຕ້ານອາດຊະຍາກຳທາງໄຊເບີ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປເຖິງອະນາຄົດ” ໂດຍຈັດຂຶ້ນເປັນເວລາ 2 ວັນ, ແຕ່ວັນທີ 25 – 26 ຕຸລາ, ຢູ່ສູນປະຊຸມແຫ່ງຊາດ, ຮ່າໂນ້ຍ. ພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ແມ່ນຂີດໝາຍປະຫວັດສາດ, ສ້າງພື້ນຖານໃຫ້ແກ່ການຮ່ວມມືທົ່ວໂລກ ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ສ້າງຕັ້ງກົນໄກການຮ່ວມມືຢ່າງຮອບດ້ານ, ຍົກສູງກຳລັງຄວາມສາມາດດີຈີຕອນໃຫ້ບັນດາປະເທດ… ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ:
“ໃນໄລຍະຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບທີ່ສຸດ, ເຂົ້າຮ່ວມບັນດາວິວັດທະນາການເຈລະຈາ ແລະ ບັນດາວິວັດທະນາການແກ້ໄຂບັນດາບັນຫາໃຫຍ່ຂອງສາກົນ, ຂອງສະຫະປະຊາຊາດຢ່າງເລິກເຊິ່ງ, ໃນນັ້ນມີບັນດາຂົງເຂດກ່ຽວກັບນິຕິກຳສາກົນ. ອາດເວົ້າໄດ້ວ່າ ມາຮອດປະຈຸບັນ, ເລື່ອງເຂົ້າຮ່ວມສົນທິສັນຍາ ຮ່າໂນ້ຍ ກ່ຽວກັບອາດຊະຍາກຳທາງໄຊເບີ, ກໍຄືເປັນເຈົ້າພາບຈັດພິທີລົງນາມໃນຄັ້ງນີ້ ໄດ້ເປັນການສະແດງໃຫ້ເຫັນແຈ້ງບົດບາດຕັ້ງໜ້າຂອງ ຫວຽດນາມ, ສະແດງໃຫ້ເຫັນແຈ້ງທີ່ຕັ້ງຂອງ ຫວຽດນາມ ໃນບັນດາວິວັດການໃຫຍ່ຄືແນວນັ້ນ, ກໍ່ຄືການປະກອບສ່ວນຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາສາກົນ”.
ຕອນບ່າຍວັນດຽວກັນ ກໍ່ໄດ້ດຳເນີນວາລະປະຊຸມຄົບຄະນະຂັ້ນສູງ, ເປັນແຫ່ງທີ່ບັນດາການນຳໂລກພ້ອມກັນສະແດງຄວາມຕັດສິນໃຈຮ່ວມແຮງຮ່ວມໃຈເພື່ອໃຫ້ພື້ນທີ່ອິນເຕີເນັດມີຄວາມປອດໄພ ແລະ ມີມະນຸດສະທຳ, ຊອກຫາທິດເດີນລະອຽດໃນການຮ່ວມມືຕ້ານອາດຊະຍາກຳເຕັກໂນໂລຊີສູງ.
(ແຫຼ່ງຄັດຈາກ VOV)