• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມອບຂໍ້ຕົກລົງແຕ່ງຕັ້ງຮອງນາຍົກລັດຖະມົນຕີ 2 ທ່ານ ແລະ ລັດຖະມົນຕີ 3 ທ່ານ

ທ່ານນາຍົກລັດຖະມົນຕີມີຄວາມເຊື່ອໝັ້ນ ແລະ ປາດຖະໜາວ່າ ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຄົນໃໝ່ ຈະຮ່ວມແຮງຮ່ວມໃຈ ພ້ອມກັບຄະນະລັດຖະບານສາມັກຄີ, ເປັນເອກະພາບ
ທີ່ພິທີມອບຂໍ້ຕົກລົງ. ພາບ: : VGP/Nhật Bắc

ຕອນທ່ຽງວັນທີ 25 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງຮອງນາຍົກລັດຖະມົນຕີ 2 ທ່ານ ອາຍຸການ 2021 – 2026 ໂດຍທ່ານນາງ ຟ້າມທິແທັງຈ່າ ແລະ ທ່ານ ໂຮ່ກວັກຢຸງ. ທ່ານນາຍົກລັດຖະມົນຕີກໍ່ມອບຂໍ້ຕົກລົງແຕ່ງຕັ້ງລັດຖະມົນຕີ 3 ທ່ານ ອາຍຸການ 2021 – 2026, ລວມມີ: ທ່ານ ເລຮ່ວາຍຈຸງ ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ, ທ່ານ ເຈິ່ນດຶກທັງ ດຳລົງຕຳແໜ່ງ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ໂດ້ແທັງບິ່ງ ດຳລົງຕຳແໜ່ງລັດຖະມົນຕີກະຊວງພາຍໃນ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນຖານະຕຳແໜ່ງຮອງນາຍົກລັດຖະມົນຕີ, ທ່ານນາງ ຟ້າມທິແທັງຈ່າ ແມ່ນຮອງນາຍົກລັດຖະມົນຕີເພດຍິງຄົນທຳອິດຂອງລັດຖະບານ. ທ່ານນາຍົກລັດຖະມົນຕີມີຄວາມເຊື່ອໝັ້ນ ແລະ ປາດຖະໜາວ່າ ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຄົນໃໝ່ ຈະຮ່ວມແຮງຮ່ວມໃຈ ພ້ອມກັບຄະນະລັດຖະບານສາມັກຄີ, ເປັນເອກະພາບ; ສ້າງລັດຖະບານນຳໜ້າ, ເປັນແບບຢ່າງນຳໜ້າ, ສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ປະຊາຊົນ, ເພື່ອທຸກຜົນປະໂຫຍດຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າ 2 ຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ

Top