ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າ 2 ຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ
(ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ)
ຕອນເຊົ້າວັນທີ 25 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ທີ່ການຕ້ອນຮັບ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າ 2 ຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ, ຜ່ານນັ້ນ, ກໍ່ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານ, ເພື່ອຜົນປະໂຫຍດລວມຂອງ 2 ປະເທດ.
ການນຳ 2 ທ່ານໄດ້ພ້ອມກັນແລກປ່ຽນກ່ຽວກັບບັນດາເນື້ອໃນຮ່ວມມືລະອຽດ, ສືບຕໍ່ເອົາໃຈໃສ່ຊີ້ນຳການແກ້ໄຂບັນດາຈຸດອຸດຕັນໃນວຽກງານຜັນຂະຫຍາຍຢ່າງສົມເຫດສົມຜົນ; ເຕື້ອງເຖິງບັນດາມາດຕະການແກ້ໄຂຢ່າງແທດຈິງ ເພື່ອສ້າງເງື່ອນໄຂໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ມາລົງທຶນ, ຮ່ວມມື, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງ ລາວ.
ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບວ່າ 2 ປະເທດຕ້ອງເພີ່ມທະວີຄວາມສາມັກຄີ, ສະໜິດຕິດພັນ, ເພີ່ມທະວີການທາບທາມຄວາມເຫັນ, ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພາກພື້ນ; ພ້ອມກັນໜູນຊ່ວຍກັນປະຕິບັດບັນດາເປົ້າໝາຍຂອງແຕ່ລະພັກ, ແຕ່ລະປະເທດຢ່າງມີໄຊ, ພິເສດແມ່ນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະ ການເລືອກຕັ້ງຂອງສະພາແຫ່ງຊາດໃຫ້ແກ່ອາຍຸການໃໝ່ຂອງແຕ່ລະພັກ, ແຕ່ລະປະເທດຢ່າງສຳເລັດຜົນ.
(ແຫຼ່ງຄັດຈາກ VOV)