• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມ ປະຈຳບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ

      ວັນທີ 01 ກັນຍາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ ແບບທາງໄກ.
(ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ ແບບທາງໄກ)
      ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຫວນຄືນປະຫວັດສາດອັນສະຫງ່າລາສີຂອງຊາດ ດ້ວຍໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ນຳມາເຊິ່ງເອກະລາດ, ເສລີພາບໃຫ້ແກ່ປະຊາຊົນຫວຽດນາມ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ພໍ່ແມ່ຊາວຫວຽດນາມ ອາໄສຢູ່ທົ່ວທຸກແຫ່ງໃນໂລກ ໄດ້ ແລະ ພວມເປັນຂົວເຊື່ອມຕໍ່ແລກປ່ຽນການພົບພັນດ້ານການຄ້າ, ເຊື່ອມຕໍ່ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ.
      ແລະກໍ່ໃນວັນທີ 01 ກັນຍາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນອຸທິຍານ Montreau ຂອງນະຄອນ Montreau, ຊານນະຄອນຫຼວງ ປາຣີ. ທ່ານເອກອັກຄະລັດຖະທູດ ດິງຕ່ວານທັງ ເນັ້ນໜັກວ່າ, ພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ ແມ່ນໂອກາດເພື່ອໃຫ້ປະຊາຊົນຫວຽດນາມ ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ, ຜູ້ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ການປະຕິວັດຫວຽດນາມ ແລະ ສ້າງບັນດາຂີດໝາຍ, ເຫດການດັງກອງກັງວານໃນຊຸມເດືອນປີເຄື່ອນໄຫວຢູ່ຝລັ່ງ.
      ແລະກໍ່ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳອິນເດຍ, ອາຟະລິກາໃຕ້, ແອັດສະບາຍ… ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນສິງຫາ ບັນລຸຜົນສຳເລັດ (19 ສິງຫາ 1945 – 19 ສິງຫາ 2021) ແລະ 76 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ (02 ກັນຍາ 1945 - 02 ກັນຍາ 2021) ເຊັນດຽວກັນ.
(ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top