• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ​ຕີ​ລາ​ຄາ​ສູງ​ບັນ​ດາ​ຂີດ​ໝາຍ​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ພາຍຫຼັງ 40ປີ ແຫ່ງ​ການ​ປ່ຽນ​ແປງ​ໃໝ່

ພາຍຫຼັງ 40 ປີແຫ່ງການປະຕິບັດການປ່ຽນແປງໃໝ່, ຫວຽດນາມ ໄດ້ຢຶດໝັ້ນເສັ້ນທາງສັງຄົມນິຍົມ, ວາງແນວທາງພັດທະນາທີ່ຖືກຕ້ອງ, ບັນລຸໄດ້ຫຼາຍຜົນງານພົ້ນເດັ່ນກ່ຽວກັບເສດຖະກິດ - ສັງຄົມ ແລະ ຍົກສູງຖານະບົດບາດບົນເວທີສາກົນຢ່າງບໍ່ຢຸດຢັ້ງ.
ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີລາວ ໃຫ້ການສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ໃນວັນທີ 22 ທັນວາ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີລາວ, ໄດ້ສະແດງຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ຄຸນນະທາດ, ພຸມປັນຍາ ແລະ ຄວາມຢຶດໝັ້ນຂອງພັກກອມມູນິດ ຫວຽດນາມ ໃນຕະຫຼອດໄລຍະນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາເທື່ອລະກ້າວ.

ຕາມທ່ານສົມສະຫວາດ ແລ້ວ, ໜຶ່ງໃນບັນດາຜົນສຳເລັດອັນພົ້ນເດັ່ນຂອງ ຫວຽດນາມ ໃນ 40ປີແຫ່ງການປ່ຽນແປງໃໝ່ ນັ້ນແມ່ນການສ້າງແນວທາງພັດທະນາເສດຖະກິດທີ່ເໝາະສົມ, ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງການປ່ຽນແປງໃໝ່ຈິນຕະນາການເສດຖະກິດກັບການຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ. ພ້ອມດຽວກັນນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ມີໄຫວພິບ, ສອດຄ່ອງກັບສະພາບການພາກພື້ນ ແລະ ໂລກ. ຍ້ອນບັນດານະໂຍບາຍທີ່ຖືກຕ້ອງນັ້ນ ໄດ້ຊ່ວຍໃຫ້ ຫວຽດນາມ ລະດົມກຳລັງແຮງສັງລວມນັບທັງຢູ່ພາຍໃນປະເທດ ແລະ ສາກົນ, ຍາດແຍ່ງແຫຼ່ງກຳລັງຢ່າງສຸດຂີດໃຫ້ແກ່ການພັດທະນາ.

ທ່ານອະດີດຮອງນາຍົກລັດຖະມົນຕີ ລາວ ກໍໄດ້ເນັ້ນໜັກເປັນພິເສດເຖິງຄວາມໝາຍຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຢ່າງຮອບດ້ານ ແລະ ຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ - ລາວອີກດ້ວຍ./.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top