• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການຖ່າຍທອດສົດສະເຫລີມສະຫລອງ50ປິແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມີນ

      ຕອນຄ່ຳວັນທີ 1 ກັນຍາ, ຄະນະໂຄສະນາສຶກສາສູນກາງ ໄດ້ສົມທົບກັບໂທລະພາບຫວຽດນາມ ຈັດຕັ້ງລາຍການຖ່າຍທົດສົດສະເຫລີມສະຫລອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມີນ

ການນຳລັດຖະບານ ພ້ອມກັບກະຊວງ, ຂະແຫນງການເຂົ້າຮ່ວມລາຍການຖ່າຍທອດສົດ
     ໂດຍໄດ້ດຳເນີນຢູ່ 4 ນະຄອນຄື: ຮ່າໂນ້ຍ, ເງ້ອານ, ເທື່ອທຽນເຫ້ວ ແລະ ນະຄອນໂຮ່ຈິມີນ. ເຂົ້າຮ່ວມລາຍການ ມີທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພ້ອມກັບການນຳບັນດາກະຊວງ, ຂະແຫນງການສູນກາງ ແລະ ທ້ອງຖິ່ນ.

ຫົວຂໍ້ຂອງລາຍການ “ບົດເພງແຫ່ງຄວາມສາມັກຄີ”. ລາຍການສິລະປະວັດທະນະທຳນີ້ໄດ້ພ້ອມກັບຫວນຄືນໄລຍະທາງອັນຫຍຸ້ງຍາກລຳບາກ ແລະ ຄວາມເອກອ້າງທະນົງໃຈ ໃນ 50 ປີຜ່ານມາ ໄດ້ປະຕິບັດ 5 ຄຳປາດຖະຫນາຂອງທ່ານປະທານໂຮ່ຈິມີນ ນັ້ນແມ່ນ: ປົດປ່ອຍພາກໃຕ້ຫວຽດນາມ ໂຮມປະເທດຊາດເປັນເອກະພາບ, ກໍ່ສ້າງປະເທດເທດຫວຽດນາມ ໝັ້ນຄົງເຂັ້ມແຂງ ສວຍງາມກວ່າ, ກໍ່ສ້າງຖັນແຖວສະມາຊິກພັກ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ບຳລຸງລຸ້ນຫນຸ່ມປະຕິວັດ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີສາກົນ.  ດ້ວຍ 10 ຟີມສາລະຄະດີ ທີ່ໄດ້ອອກອາກາດໃນລາຍການຖ່າຍທອດສົດນີ້ ຜູ້ຊົມໄດ້ຮັບຟັງການເລົ່າບັນດາເລື່ອງລາວທີ່ມີຄວາມໝາຍກ່ຽວກັບກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ກ່ຽວກັບໄລຍະທາງ 50 ປີແຫ່ງການປະຕິບັດຄຳພິໄນກຳຂອງທ່ານປະທານໂຮ່ຈິມີນ ຈາກບັນດາຜູ້ພະຍານປະຫວັດສາດ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top