ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.
ເວທີປາໄສ ການກຳນົດຮູບແບບການເຕີບໂຕໃໝ່ໃຫ້ແກ່ ຫວຽດນາມ ໄລຍະ 2026 – 2030 (ພາບ: congthuong.vn)
ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ, ສະຖາບັນເສດຖະກິດ ຫວຽດນາມ ແລະ ໂລກ, ຂຶ້ນກັບ ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດເວທີປາໄສ ການກຳນົດຮູບແບບການເຕີບໂຕໃໝ່ໃຫ້ແກ່ ຫວຽດນາມ ໄລຍະ 2026 – 2030, ການກຳນົດທິດຮອດປີ 2045.
ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ. ຈາກນັ້ນ ສະເໜີການກຳນົດທິດນະໂຍບາຍ ລະ ລະບົບມາດຕະການເພື່ອແນໃສ່ສ້າງຮູບແບບການເຕີບໂຕໃໝ່ໃຫ້ ຫວຽດນາມ ໃນໄລຍະ 2026 – 2030, ວິໄສທັດຮອດປີ 2045. ທ່ານ ຫງວຽນຮົ່ງເຊີນ, ຮອງຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ຖືວ່າ:
ຕ້ອງມີບັນດາມາດຕະການລະອຽດເພື່ອແກ້ໄຂບັນດາຈຸດອຸດຕັນທີ່ພວມມີໃນປັດຈຸບັນໂດຍໄວ ແລະ ເຖິງຖອງ, ພິເສດແມ່ນບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບກການ, ພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນຈຸດອຸດຕັນກ່ຽວກັບລະບອບລະບຽບການພວມໄດ້ຮັບຖືວ່າແມ່ນຈຸດອຸດຕັນຂອງຈຸດອຸດຕັນ, ເພື່ອແນໃສ່ເຮັດໃໝ່, ລະດົມ ແລະ ຍູງສູງປະສິດທິຜົນໃນການຄຸ້ມຄອງ, ນຳໃຊ້ບັນດາແຫຼ່ງກຳລັງທີ່ມີແຕ່ດົນນານ ຄືແຫຼ່ງຊັບພະຍາກອນມະນຸດ, ແຫຼ່ງກຳລັບວັດຖຸ, ເປັນຕົ້ນແມ່ນແຫຼ່ງກຳລັງທີ່ດິນ, ແຫຼ່ງຊັບພະຍາກອນທຳມະຊາດ ແລະ ແຫຼ່ງກຳລັງການເງິນ.
(ແຫຼ່ງຄັດຈາກ VOV)