• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ກ່າວ​ເຕືອນ​ຈະດຳ​ເນີນ​ການ​ໂຕ້​ຕອບ​ຄືນ​ຖ້າການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ ກັບ ອາ​ເມ​ລິ​ກາ ປະ​ລາ​ໄຊ

ບັນດາປະເທດສະມາຊິກ ໃນກຸ່ມ ໄດ້ເຫັນດີຈະຈັດວາງບັນດາມາດຕະການໂຕ້ຕອບ ຖ້າບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ ບໍ່ບັນລຸໄດ້ໝາກຜົນ.
  ທ່ານ Maros Sefcovic ຄະນະກຳມະການດ້ານການຄ້າ ສະຫະພາບເອີຣົບ (ພາບ:REUTERS/Yves Herman)  

ວັນທີ 14 ກໍລະກົດ, ທ່ານ Maros Sefcovic ຄະນະກຳມະການດ້ານການຄ້າ ສະຫະພາບເອີຣົບ (EU) ໄດ້ແຈ້ງໃຫ້ຊາບວ່າ ບັນດາປະເທດສະມາຊິກ ໃນກຸ່ມ ໄດ້ເຫັນດີຈະຈັດວາງບັນດາມາດຕະການໂຕ້ຕອບ ຖ້າບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ ບໍ່ບັນລຸໄດ້ໝາກຜົນ. ໃນວັນດຽວກັນ, ຖະແຫຼງການໄດ້ຍົກອອກມາໃນສະພາບການຄະນະກຳມະການເອີຣົບ ໄດ້ປະກາດບັນຊີລາຍຊື່ບັນດາປະເພດສິນຄ້າໃໝ່ທີ່ນຳເຂົ້າຈາກ ອາເມລິກາ, ດ້ວຍມູນຄ່າປະມານ 72 ຕື້ ເອີໂຣ (84 ຕື້ USD), ອາດຈະຖືກຈັດວາງອັດຕາພາສີ. ທ່ານ Sefcovic ເນັ້ນໜັກວ່າ ບັນຊີລາຍຊື່ນີ້ໄດ້ແບ່ງປັນກັບບັນດາລັດຖະມົນຕີການຄ້າ EU ທີ່ພວມປະຊຸມຢູ່ ບຣຸກແຊນ, ໃນຂະນະທີ່ບັນດາມາດຕະການຮັບມື ພວມໄດ້ຮັບການ “ພິຈາລະນາຢ່າງລະມັດລະວັງ” ເພື່ອຮັບປະກັນຄວາມດຸ່ນດ່ຽງໃນການພົວພັນຂ້າມອັດລັງຕິກ.

ທ່ານ Sefcovic ໃຫ້ຮູ້ວ່າ ຍັງມີ “ຄວາມສາມາດສືບຕໍ່ເຈລະຈາ” ແລະ ທຸກຂໍ້ຕົກລົງທີ່ບັນລຸໄດ້ນັ້ນ ຈະຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກບັນດາສະມາຊິກ EU ແລະ ລັດຖະສະພາເອີຣົບ. ຄາດວ່າ, ທ່ານຈະເຈລະຈາກັບບັນດາຄູ່ຮ່ວມມື ອາເມລິກາ ເພື່ອປຶກສາຫາລືສະພາບການໃນປັດຈຸບັນ.

(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top