ກອງປະຊຸມ ABAC 3 ໄດ້ດຳເນີນແຕ່ວັນທີ 15 – 18 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກ່ວາ 1000 ທ່ານ (ໃນນັ້ນມີຜູ້ແທນສາກົນປະມານ 250 ທ່ານ) ທີ່ມາຈາກ 21 ພື້ນຖານເສດຖະກິດ APEC, ການນຳບັນດາກຸ່ມບໍລິສັດນາໆຊາດ, ອົງການຈັດຕັ້ງການເງິນ, ສູນຄົ້ນຄ້ວາ - ນະວັດຕະກຳສາກົນ…
ສະຖານທີ່ດຳເນີນກອງປະຊຸມ (ພາບ: ດາມແທັງ)
ກອງປະຊຸມຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC ປີ 2025 (ABAC3) ແລະ ກອງປະຊຸມສົ່ງເສີມການລົງທຶນນະຄອນດ້ວຍຫົວຂໍ້ “ຫ໋າຍຝ່ອງ - ສະຖານທີ່ຍຸດທະສາດຂອງສັງກາດໃໝ່” ໄດ້ໄຂຂຶ້ນໃນວັນທີ 15 ກໍລະກົດ ຢູ່ນະຄອນ ຫ໋າຍຝ່ອງ.
ກອງປະຊຸມ ABAC 3 ໄດ້ດຳເນີນແຕ່ວັນທີ 15 – 18 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກ່ວາ 1000 ທ່ານ (ໃນນັ້ນມີຜູ້ແທນສາກົນປະມານ 250 ທ່ານ) ທີ່ມາຈາກ 21 ພື້ນຖານເສດຖະກິດ APEC, ການນຳບັນດາກຸ່ມບໍລິສັດນາໆຊາດ, ອົງການຈັດຕັ້ງການເງິນ, ສູນຄົ້ນຄ້ວາ - ນະວັດຕະກຳສາກົນ… ປຶກສາຫາລືກ່ຽວກັບບັນດາບັນຫາການຄ້າ ແລະ ການລົງທຶນຈຸດສຸມຂອງ ພາກພື້ນ ອາຊີ - ປາຊີຟິກກາ. ໃນຂອບເຂດເຫດການກໍ່ດຳເນີນຫຼາຍການເຄື່ອນໄຫວ, ຊ່ວຍບັນດານັກລົງທຶນມີຄວາມເຂົ້າໃຈຫຼາຍກ່ວາອີກກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງ ຫ໋າຍຝ່ອງ… ທ່ານຫງວຽນກ໋ວາງຝຸກ, ຫົວໜ້າຄະນະໂຄສະນາສືກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກນະຄອນຫ໋າຍຝ່ອງ ຢັ້ງຢືນວ່າ:
ຫ໋າຍຝ່ອງແມ່ນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນ, ດ້ວຍພື້ນທີ່, ຂອບຂະໜາດດ້ານເສດຖະກິດ ແລະ ພິເສດແມ່ນຄວາມເຂັ້ມແຂງ, ຂ້ຽວຂາດ, ຂະຫຍັນຂັນເຄື່ອນຂອງຖັນແຖນການນຳ ແລະ ພະນັກງານນະຄອນ. ເຫດການນີ້ກໍ່ແມ່ນເຫດການໃຫຍ່ທີ່ສຸດ, ດຶງດູດຫຼາຍນັກລົງທຶນ, ນັກເສດຖະກິດ ແລະ ຈະຜັນຂະຫຍາຍບາງການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ພັດທະນານະຄອນຄືດັ່ງຄວາມຫວັງ.
(ແຫຼ່ງຄັດຈາກ VOV)