• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ ຫວຽດ​ນາມ

ລັດຖະບານ ຫວຽດນາມ ໄດ້ຊີ້ນຳການຫັນປ່ຽນຮູບແບບການເຕີບໂຕຈາກເອືອຍອີ່ງທາງດ້ານທຶນຮອນ, ສະມັດຕະພາບ, ຄ່າແຮງງານຕ່ຳ ມາເປັນຮູບແບບອີງໃສ່ພື້ນຖານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການເຊື່ອມໂຍງ ແລະ ແກ້ງແຍ້ງສາກົນ.
ບັນດາຜູ້ແທນເຂົ້າຮ່ວມເວລທີປາໄສ ໄດ້ໂອ້ລົມສົນທະນາ, ຊອກຫາມາດຕະການປະຕິບັບຮູບແບບການເຕີບໂຕໃໝ່ (ພາບ: VOV)

ເວທີປາໄສວິທະຍາສາດດ້ວຍຫົວຂໍ້ “ກຳນົດຮູບແບບການເຕີບໂຕໃໝ່ ໃຫ້ແກ່ ຫວຽດນາມ ໄລຍະ 2026 – 2030, ກຳນົດທິດຮອດປີ 2045” ໂດຍສະຖາບັນເສດຖະກິດ ຫວຽດນາມ ແລະ ໂລກ (ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ) ຈັດຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດ,ຢູ່ຮ່າໂນ້ຍ. ເວທີປາໄສ ໄດ້ດຳເນີນເພື່ອແນໃສ່ຊອກຫາ, ກຳນົດຮູບແບບການເຕີບໂຕໃໝ່ເໝາະສົມກັບເງື່ອນໄຂພັດທະນາຂອງ ຫວຽດນາມ, ມີຄວາມສາມາດປັບຕົວກັບບັນດາການຜັນແປຂອງສະພາບການສາກົນຢ່າງມີໄຫວພິບ; ພ້ອມທັງຮັບປະກັນພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ກວມລວມ.

ລັດຖະບານ ຫວຽດນາມ ໄດ້ຊີ້ນຳການຫັນປ່ຽນຮູບແບບການເຕີບໂຕຈາກເອືອຍອີ່ງທາງດ້ານທຶນຮອນ, ສະມັດຕະພາບ, ຄ່າແຮງງານຕ່ຳ ມາເປັນຮູບແບບອີງໃສ່ພື້ນຖານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການເຊື່ອມໂຍງ ແລະ ແກ້ງແຍ້ງສາກົນ. ທ່ານຮອງສາດສະດາຈານ, ປອ. ຫງວຽນຮົ່ງເຊີນ, ຮອງຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ໃຫ້ຮູ້ວ່າ:

“ຫວຽດນາມ ໄດ້ຖືປັດໄຈວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ເປັນກຳລັງຫຼັກແຫຼ່ງໃນການຫັນປ່ຽນຮູບແບບການເຕີບໂຕ. ຕິດພັນກັບຮູບແບບການເຕີບໂຕກັບການປົວແປງສະພາບແວດລ້ອມລົງທຶນ ແລະ ດຳເນີນທຸລະກິດ, ການປະຕິວັດອຸດສາຫະກຳ 4.0 ເຂົ້າຮ່ວມຕາໜ່າງການຜະລິດ ແລະ ລະບົບມູນຄ່າທົ່ວໂລກ. ພ້ອມດຽວກັນນັ້ນ, ແກ້ໄຂບັນດາສາຍພົວພັນລະຫວ່າງການເຕີບໂຕເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາສັງຄົມແບບຍືນຍົງໃຫ້ກົມກຽວ. ຍູ້ແຮງວິວັດທະນາການຫັນເປັນສີຂຽວ, ຫັນເປັນດີຈີຕຄອນ ແລະ ພັດທະນາເສດຖະກິດດີຈີຕອນ ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ຮູບແບບການເຕີບໂຕໃໝ່.”

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top