ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)
ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/07/1947 – 27/07/2025), ຕອນບ່າຍວັນທີ 15 ກໍລະກົດ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຄະນະປະຕິບັດງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບເປັນຢູ່ສູນເບິ່ງແຍງດູແລທະຫານເຈັບປ່ວຍ ທ້ວນແທັ່ງ (ຕາແສງ ນິງຊ້າ, ແຂວງ ບັກນິງ). ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຍາມໃດກໍມີທັດສະນະສະເໝີຕົ້ນສະເໝີປາຍທີ່ວ່າ: “ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ”, ເປັນສັນຍາລັກຂອງນ້ຳໃຈຮັກຊາດ. ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.
ທ່ານເລຂາທິການໃຫຍ່ ສະເໜີໃຫ້ແຂວງ ບັກນິງ ສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີ; ສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າສືບຕໍ່ໄດ້ອຸທິດສ່ວນ, ແຜ່ກະຈາຍມານະຈິດ, ຄຸນຄ່າອັນຕັ້ງໜ້າສູ່ວົງຄະນະຍາດ.
(ແຫຼ່ງຄັດຈາກ VOV)