ທ່ານປະທານປະເທດ ເລືອງເກື່ອງ ກໍ່ຕີລາຄາສູງເລື່ອງ ABAC III ເລືອກເອົາບັນດາຫົວຂໍ້ປຶກສາຫາລືທີ່ກອງປະຊຸມຄັ້ງນີ້ ໂດຍປິ່ນອ້ອມຂົງເຂດແກ່ນສານ
(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ກອງປະຊຸມ)
“ລົງທຶນເຂົ້າ ຫວຽດນາມ ບໍ່ພຽງແຕ່ແມ່ນການລົງທຶນເຂົ້າພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ມີສະຖຽນລະພາບ ແລະ ພວມພັດທະນາຢ່າງວ່ອງໄວເທົ່ານັ້ນ, ຫາກຍັງແມ່ນບາດກ້າວຍຸດທະສາດເພື່ອເຊື່ອມຕໍ່ບັນດາຄູ່ຮ່ວມມືໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນໃນໂລກອີກດ້ວຍ”. ນີ້ແມ່ນຄຳຢືນຢັນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ທີ່ວາລະໄຂກອງປະຊຸມຄັ້ງທີ 3 ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC (ABAC III), ພວມຈັດຂຶ້ນໃນຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນ ຫາຍຟ່ອງ.
ທ່ານປະທານປະເທດ ເລືອງເກື່ອງ ກໍ່ຕີລາຄາສູງເລື່ອງ ABAC III ເລືອກເອົາບັນດາຫົວຂໍ້ປຶກສາຫາລືທີ່ກອງປະຊຸມຄັ້ງນີ້ ໂດຍປິ່ນອ້ອມຂົງເຂດແກ່ນສານ, ຄື: ການຄ້າເສລີ ແລະ ການລົງທຶນແບບຍືນຍົງ; ການຫັນເປັນດີຈີຕອນ ແລະ ປັນຍາປະດິດ; ການເງິນສີຂຽວ ແລະ ການພັດທະນາແບບຍືນຍົງ; ຄວາມໝັ້ນຄົງດ້ານສາທາລະນະສຸກ ແລະ ການປ່ຽນແປງໃໝ່ໃນຂົງເຂດເຕັກໂນໂລຊີຊີວະສາດ… ທ່ານປະທານປະເທດໃຫ້ຮູ້ວ່າ, ນີ້ລ້ວນແຕ່ແມ່ນບັນດາບຸລິມະສິດຢ່າງໃຫຍ່ຫຼວງຂອງ ຫວຽດນາມ ໃນຍຸດທະສາດພັດທະນາແຫ່ງຊາດຮອດປີ 2030 ແລະ ວິໄສທັດຮອດປີ 2045.
“ດ້ວຍບົດບາດເປັນໃຈກາງໃນເຄືອຂ່າຍຮ່ວມສຳພັນເສດຖະກິດພາກພື້ນ ແລະ ບັນດາສັນຍາການຄ້າເສລີຫຼາຍຝ່າຍ, ຫວຽດນາມ ນຳມາເຊິ່ງທ່າສະດວກໃຫ້ນັກລົງທຶນໃນການສຳພັດກັບຕະຫຼາດທີ່ເປັນຫຼາຍຮູບຫຼາຍແບບ ແລະ ລະບົບສະໜອງທົ່ວພາກພື້ນ. ສະນັ້ນ, ລົງທຶນເຂົ້າ ຫວຽດນາມ ບໍ່ພຽງແຕ່ແມ່ນການລົງທຶນເຂົ້າພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ມີສະຖຽນລະພາບ ແລະ ພວມພັດທະນາຢ່າງວ່ອງໄວ້ເທົ່ານັ້ນ, ຫາກຍັງແມ່ນບາດກ້າວຍຸດທະສາດເພື່ອເຊື່ອມຕໍ່ກັບບັນດາຄູ່ຮ່ວມມືໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນໃນໂລກ, ກໍຄືບັນດາພາກພື້ນການຄ້າເສລີອືນອີກດ້ວຍ”.
ABAC III ແມ່ນກົນໄກໃຫ້ຄຳປຶກສາດ້ານນະໂຍບາຍທາງການຈາກປະຊາຄົມວິສາຫະກິດຂຶ້ນເປັນການນຳບັນດາພື້ນຖານເສດຖະກິດສະມາຊິກເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ທີ່ໄດ້ສ້າງຂຶ້ນແຕ່ປີ 1996. ກອງປະຊຸມ ABAC III ຢູ່ ຫາຍຟ່ອງ ຄັ້ງນີ້ໂດຍມີການເຂົ້າຮ່ວມຂອງຜູ້ແທນສາກົນ ແລະ ຫວຽດນາມ ກວ່າ 200 ທ່ານ.
(ແຫຼ່ງຄັດຈາກ VOV)