• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ແລະ ກວ່າ 3.300 ຕາແສງ, ເຂດພິເສດໃນທົ່ວປະເທດ
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງໄກ)

ຕອນເຊົ້າວັນທີ 16 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ ກ່ຽວກັບແຜນການເຕີບໂຕເສດຖະກິດປີ 2025 ແລະ ບັນດາໜ້າທີ່, ມາດຕະການແກ້ໄຂ ເພື່ອປະຕິບັດເປົ້າໝາຍເຕີບໂຕປີ 2025. ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ແລະ ກວ່າ 3.300 ຕາແສງ, ເຂດພິເສດໃນທົ່ວປະເທດ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ຫວຽດນາມ ຕັດສິນໃຈບັນລຸລະດັບເຕີບໂຕແຕ່ 8% ຂຶ້ນໄປໃນປີນີ້. ທ່ານໄດ້ຊີ້ອອກ 2 ໄຕມາດຕົ້ນປີບັນລຸໄດ້ລະດັບເຕີບໂຕ 7,52%, ຮັບປະກັນແຜນການທີ່ໄດ້ວາງອອກ, ເຖິງຢ່າງໃດກໍ່ຕາມ, ນັບແຕ່ນີ້ຮອດທ້າຍປີຍັງມີຄວາມສ່ຽງຫຼາຍຢ່າງ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງໄຈ້ແຍກ, ຫັນປ່ຽນໂຄງປະກອບການເຕີບໂຕເປັນຢ່າງດີທີ່ສຸດໃນສະພາບສາກົນມີການຜັນແປຫຼາຍຢ່າງ, ພື້ນຖານເສດຖະກິດພາຍໃນປະເທດຍັງມີສິ່ງທ້າທາຍຫຼາຍຢ່າງ.

“ຖືເອົາດັດຊະນີການເຕີບໂຕເພື່ອຕີລາຄາພື້ນຖານເສດຖະກິດ, ຖືເອົາຂອບຂະໜາດພື້ນຖານເສດຖະກິດເພື່ອຈັດອັນດັບ, ຖືເອົາການຄິດສະເລ່ຍຕໍ່ຫົວຄົນຄືດັ່ງມາດຕະການເພື່ອຕີລາຄາ. ພວກເຮົາຮ່ວມແຮງຮ່ວມໃຈ, ຕັດສິນໃຈເພື່ອຊຸກຍູ້ການເຕີບໂຕ, ຮັບປະກັນເປົ້າໝາຍຂອງພັກ, ສະພາແຫ່ງຊາດທີ່ໄດ້ວາງອອກໃນປີ 2025. ພາຍຫຼັງກອງປະຊຸມນີ້, ລັດຖະບານຈະປະກາດໃຊ້ເອກະສານນິຕິກຳ ແລະ ຈະມອບໜ້າທີ່ໃຫ້ບັນດາແຂວງ, ນະຄອນຂຶ້ນກັບສູນກາງຄືນໃໝ່”

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top