• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ
  (ທີ່ການຕ້ອນຮັບ)  

ໃນຂອບເຂດກອງປະຊຸມຄັ້ງທີ 3 ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC (ABAC III), ຕອນບ່າຍວັນທີ 15 ກໍລະກົດ, ຢູ່ ຫາຍຟ່ອງ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບທ່ານ Cho Hyun Sang, ປະທານສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC 2025, ຮອງປະທານກຸ່ມບໍລິສັດໃຫຍ່ Hyosung ສ.ເກົາຫຼີ ແລະ ບັນດາສະມາຊິກ ABAC ດີເດັ່ນໃນກຸ່ມ 21 ພື້ນຖານເສດຖະກິດ APEC.

ທີ່ການຕ້ອນຮັບ, ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດພັດທະນາປະເທດຊາດ ໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ທ່ານປະທານ Cho Hyun Sang ສືບຕໍ່ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ຢ່າງແໜ້ນແຟ້ນ, ເປັນຂົວເຊື່ອມຕໍ່ຊ່ວຍເພີ່ມທະວີການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ກັບບັນດາຄູ່ຮ່ວມມືໃນພາກພື້ນອາຊີ - ປາຊີຟິກ.

ສ່ວນທ່ານປະທານ Cho Hyun Sang ຢືນຢັນວ່າ, ການພົບປະກັບທ່ານປະທານປະເທດ ເລືອງເກື່ອງ ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ການສະໜັບສະໜູນຂອງ ຫວຽດນາມ ຕໍ່ປະຊາຄົມວິສາຫະກິດສາກົນ, ກໍຄືການໜູນຊ່ວຍບັນດາວິສາຫະກິດຕ່າງປະເທດມາລົງທຶນຢ່າງຍາວນານ, ມີປະສິດທິຜົນ ແລະ ຍືນຍົງຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີໄຂກອງປະຊຸມຄັ້ງທີ 3 ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີໄຂກອງປະຊຸມຄັ້ງທີ 3 ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC

ທ່ານປະທານປະເທດ ເລືອງເກື່ອງ ກໍ່ຕີລາຄາສູງເລື່ອງ ABAC III ເລືອກເອົາບັນດາຫົວຂໍ້ປຶກສາຫາລືທີ່ກອງປະຊຸມຄັ້ງນີ້ ໂດຍປິ່ນອ້ອມຂົງເຂດແກ່ນສານ

Top