ປ່າສະຫງວນແຫ່ງຊາດ ຫວູກວາງ ໃນແຂວງ ຮ່າຕິ໊ງ ຖືກສ້າງຂຶ້ນກ່ອນນີ້ 23 ປີ ດ້ວຍເນື້ອທີ່ທັງໝົດ 57.000 ເຮັກຕານອນຢູ່ລຽບຕາມສາຍພູຫຼວງ ແມ່ນໜຶ່ງໃນບັນດາເຂດມີລະບົບຊີວະນາໆພັນທີ່ພົ້ນເດັ່ນທີ່ສຸດຢູ່ ຫວຽດນາມ. ປ່າສະຫງວນແຫ່ງຊາດ ຫວູກວາງ ບໍ່ພຽງແຕ່ພົ້ນເດັ່ນຂຶ້ນດ້ວຍທັດຊະນີຍະພາບທຳມະຊາດທີ່ຮົກເຮື້ອເທົ່ານັ້ນ ຫາກຍັງແມ່ນແຫ່ງດຳລົງຊີວິດຂອງສັດພຶກສາຊາດທີ່ມີຄ່າຫາຍາກຫຼາຍປະເພດ ປະກອບສ່ວນສ້າງຄຸນຄ່າພິເສດໃຫ້ແກ່ເຂດນີ້.
ປ່າສະຫງວນແຫ່ງຊາດ ຫວູກວາງ ອຸປະມາດັ່ງແກ້ວມະນີຂຽວ
ໂດຍນອນຢູ່ລຽບຕາມທາງດິນ ໂຮ່ຈີມິນ ຊອ້ນຕົວໃນສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ປ່າສະຫງວນແຫ່ງຊາດ ຫວູກວາງ ອຸປະມາດັ່ງແກ້ວມະນີຂຽວຂອງ ຮ່າຕິ໊ງ.
ເພື່ອສາມາດໄປເຖິງປ່າສະຫງວນແຫ່ງຊາດ ຫວູກວາງ ນັ້ນ ກໍ່ຕ້ອງຂີ່ເຮືອເທິງອ່າງເກັບນ້ຳ ງ່ານເຈືອຍ ປະມານໜຶ່ງຊົ່ວໂມງ
ປ່າສະຫງວນແຫ່ງຊາດ ຫວູກວາງຍັງເກັບຮັກສາຫຼາຍແຫຼ່ງແຊນທີ່ມີຄຸນຄ່າ ສຳລັບວຽກງານອະນຸລັກ. ໃນນັ້ນມີສັດພຶກສາຊາດຫຼາຍປະເພດທີ່ມີຄ່າຫາຍາກ ມີໄພຖືກສູນພັນ ແລະ ມີຊື່ໃນປຶ້ມແດງສາກົນ ແລະ ປຶ້ມແດງຂອງ ຫວຽດນາມຄວນໄດ້ຮັບການອະນຸລັກຮັກສາຢ່າງເຄັ່ງຄັດ. ຢູ່ປ່າສະຫງວນແຫ່ງຊາດ ຫວູກວາງ ບັນດານັກຄົ້ນຄວ້າໄດ້ຢັ້ງຢືນ ມີພຶກສາຊາດຫຼາຍກວ່າ 1.600 ປະເພດຖືກຈັດໃນລະດັບສູງ, ໃນນັ້ນ ມີ 94 ປະເພດມີຊື່ໃນປຶ້ມແດງ ຫວຽດນາມ ແລະ ປຶ້ມແດງຂອງສະຫະພັນສາກົນອະນຸລັກທຳມະຊາດ ແລະ ຊັບພະຍາກອນທຳມະຊາດ IUCN. ພິເສດ ປ່າສະຫງວນແຫ່ງຊາດ ຫວູກວາງ ມີຕົ້ນຢາສະໜູນໄພເຖິງ 686 ປະເພດ ແລະ ຕົ້ນໄມ້ຕ່າງໆ 339 ປະເພດ ທີ່ມີມູນຄ່າເສດຖະກິດສູງ. ທ່ານ ຫງວຽນແຢັງກີ່ ຜູ້ອຳນວຍການປ່າສະຫງວນແຫ່ງຊາດ ຫວູກວາງ ຢືນຢັນວ່າ:
“ປີ 2018 ປ່າສະຫງວນແຫ່ງຊາດ ຫວູກວາງ ໄດ້ຮັບການຮັບຮອງແມ່ນປ່າສະຫງວນມໍລະດົກ ອາຊຽນ ນີ້ແມ່ນກຽດຢ່າງສູງຂອງປ່າສະຫງວນແຫ່ງຊາດ ຫວູກວາງ ແລະ ຂອງແຂວງ ຮ່າຕິ໊ງ ແລະ ຂອງ ຫວຽດນາມ ໃນເວທີສາກົນໃນຂົງເຂດອະນຸລັກຊີວະນາໆພັນ”.
ລະບົບສັດຢູ່ປ່າສະຫງວນແຫ່ງຊາດ ຫວູກວາງ ກໍ່ອຸດົມສົມບູນທີ່ສຸດ. ບັນດານັກຄົ້ນຄວ້າໄດ້ຢັ້ງຢືນວ່າ ຢູ່ແຫ່ງນີ້ມີສັດມີນົມ 94 ປະເພດ, ນົກ 315 ປະເພດ, ສັດເລືອຄານ 58 ປະເພດ, ປາ 88 ປະເພດ ແລະ ແມງກະເບື້ອ 316 ປະເພດ. ປ່າສະຫງວນແຫ່ງຊາດ ຫວູກວາງ ກໍ່ເປັນແຫ່ງທຳອິດໄດ້ຄົ້ນພົບສັດໃໝ່ສອງປະເພດທີ່ມີຄ່າຫາຍາກໃນໂລກ ນັ້ນແມ່ນ ເສົາຫຼາ ປີ 1992 ແລະ ໝ໋າງໃຫຍ່ ຫຼື ເອີ້ນວ່າ ໝ໋າງຫວູກວາງ ປີ 1993. ທ່ານ ເຈິ່ນບິ່ງຕຶ ອະດີດພະນັກງານປ່າສະຫງວນແຫ່ງຊາດ ຫວູກວາງ ຫວນຄືນວ່າ:
“ເສົາຫຼາ ຢູ່ ຫວຽດນາມ ມີເຂົາຕັ້ງຊື່ ແລະ ເປັນສີດຳ ເສົາຫຼາ ພຽງແຕ່ປາກົດຢູ່ ຫວູກວາງ ແຫ່ງດຽວເທົ່ານັ້ນ. ບັນດານັກຂ່າວນັກວິທະຍາສາດຂອງ ຫວຽດນາມ ແລະ ຂອງໂລກ ມີຄວາມປະຫຼາດໃຈ ຍ້ອນວ່າ ເປັນຫຍັງຢູ່ ຫວຽດນາມ ຍັງເຫຼືດປ່າເຂດໜຶ່ງທີ່ມີລັກສະນະຊີວະນາໆພັນເຊັ່ນນີ້”.
ທ່ານ ນິກໂກ ຜູ້ອຳນວຍການກິດຈະກຳອະນຸລັກຊີວະນາໆພັນ ໂດຍ USAID ອຸປະຖຳ ຂຶ້ນກັບໂຄງການ VFBC ໃຫ້ຮູ້ວ່າ:
“ປ່າສະຫງວນແຫ່ງຊາດ ຫວູກວາງ ແມ່ນໜຶ່ງໃນຈຳນວນໜ້ອຍ ເຂດປ່າຢູ່ ຫວຽດນາມ ຍັງມີຊ້າງ ແລະ ໝ໋າງໃຫຍ່. ນີ້ແມ່ນສັນຍານທີ່ດີສະແດງໃຫ້ເຫັນວຽກງານອະນຸລັກຢູ່ ຫວູກວາງ ພວມປ້ອງກັນສັດປ່າທີ່ມີປະສິດທິຜົນ”.
ບໍ່ພຽງແຕ່ປະຕິບັດວຽກງານອະນຸລັກຊີວະນາໆພັນເປັນຢ່າງດີເທົ່ານັ້ນ ໃນແຕ່ລະປີ ປ່າສະຫງວນແຫ່ງຊາດ ຫວູກວາງ ຍັງຮັບເບິ່ງແຍງດູແລ ແລະ ປ່ອຍສັດນັບ 100 ປະເພດກັບຄືນສູ່ປ່າຢ່າງສຳເລັດຜົນ. ຕາມການສະຖີຕິໃຫ້ຮູ້ວ່າ ໃນສອງປີມານີ້, ປ່າສະຫງວນແຫ່ງຊາດ ຫວູກວາງ ໄດ້ຮັບເບິ່ງແຍງດູແລສັດ 642 ໂຕ ແລະ ໄດ້ດຳເນີນການປ່ອຍສູ່ທຳມະຊາດໄດ້ 587 ໂຕ. ທ່ານ ຫງວຽນຫວຽດຮຸ່ງ ຫົວໜ້າພະແນກວິທະຍາສາດ ແລະ ຮ່ວມມືສາກົນ ປ່າສະຫງວນແຫ່ງຊາດ ຫວູກວາງ ໃຫ້ຮູ້ວ່າ:
“ອາດເວົ້າໄດ້ວ່າ ວຽກງານເບິ່ງແຍງດູແລ, ປ່ອຍສັດກັບຄືນສູ່ທຳມະຊາດ ກໍ່ຄືຊ່ວຍກູ້ສັດປ່າຢູ່ປ່າສະຫງວນແຫ່ງຊາດ ຫວູກວາງ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນທີ່ສຸດ ເພື່ອປະກອບສ່ວນເຂົ້າໃນວຽກງານປົກປ້ອງ, ວຽກງານອະນຸລັກຊີວະນາໆພັນ”
. ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ປ່າສະຫງວນແຫ່ງຊາດ ຫວູກວາງສົມເປັນແຫ່ງມີລະບົບຊີວະນາໆພັນທີ່ພົ້ນເດັ່ນທີ່ສຸດຢູ່ ຫວຽດນາມສວມບົດບາດທີ່ສຳຄັນເຂົ້າໃນຄວາມອຸດົມສົມບູນ ຄວາມໝັ້ນຄົງຂອງລະບົບນິເວດທຳມະຊາດຂອງປະເທດຊາດ.